ການຮ່ວມມືດ້ານຊັບພະຍາກອນນ້ຳລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງບໍ່ຕ້ອງການການບົງການ ແລະ ການຍຸແຍ່ຈາກພາຍນອກ

CRI, April 1, 2022
Size:

ກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ວັນທີ 30 ມີນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ, ການຮ່ວມມືທີ່ກ່ຽວຂ້ອງຕ້ອງການຄວາມໄວ້ເນື້ອເຊື່ອໃຈກັນ ແລະ ການເຮັດວຽກຕົວຈິງຂອງປະເທດໃນພາກພື້ນນີ້, ແຕ່ບໍ່ຕ້ອງການ ການບົງການ ແລະ ການຍຸແຍ່ຈາກພາຍນອກ. ຫວັງວ່າອາເມຣິກາຈະເຄົາລົບຄວາມພະຍາຍາມຂອງປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນການຊຸກຍູ້ການນຳໃຊ້ຊັບພະຍາກອນນ້ຳແບບຍືນຍົງໃນລຸ່ມແມ່ນ້ຳດັ່ງກ່າວ, ເຮັດວຽກຕົວຈິງ ແລະ ເຮັດວຽກທີ່ດີໃຫ້ຫຼາຍຂຶ້ນເພື່ອຊຸກຍູ້ການພັດທະນາເສດຖະກິດ ແລະສັງຄົມຂອງພາກພື້ນນີ້.

ຕາມຂ່າວແຈ້ງວ່າ, ໃນຊຸມປີມໍ່ໆມານີ້, ມີໂຄງການໜຶ່ງຂອງອາເມຣິກາທີ່ມີຊື່ວ່າ “ໂຄງການຕິດຕາມເຂື່ອນແມ່ນ້ຳຂອງ ຫຼື MDM” ໄດ້ເຜີຍແຜ່ຂໍ້ມູນຫຼາຍເທື່ອ, ໂດຍຕຳໜິວ່າ “ເຂື່ອນຈີນເຮັດໃຫ້ປະເທດອາຊີຕາເວັນອອກສຽງໃຕ້ຂາດແຄນນ້ຳ”. ແຕ່ໃນຫວ່າງບໍ່ດົນມານີ້, ທິມງານພະແນກຊັບພະຍາກອນນ້ຳມະຫາວິທະຍາໄລຊິ່ງຮວາຂອງຈີນໄດ້ນຳໃຊ້ເຕັກໂນໂລຊີຕິດຕາມວັກແທກດ້ວຍດາວທຽມ ແລະ ຂໍ້ມູນວັດແທກຕົວຈິງທີ່ມີຄວາມລະອຽດສູງແລ້ວສັງເກດເຫັນວ່າ, ຂໍ້ມູນທີ່ໂຄງການອາເມຣິກາດັ່ງກ່າວປະກາດນັ້ນ ມີຄວາມຜິດໂຕນກັນຫຼາຍກັບສະພາບຄວາມເປັນຈິງ. ກ່ຽວກັບເລື່ອງນີ້, ທ່ານວ່າງເວີນປິ່ນກ່າວວ່າ: “ຂ້າພະເຈົ້າກໍໄດ້ສົນໃຈນຳຜົນການຄົ້ນຄວ້າທີ່ກ່ຽວຂ້ອງຂອງທິມງານຊ່ຽວຊານມະຫາວິທະຍາໄລຊິ່ງຮວາ. ເຖິງວ່າ ໂຄງການຕິດຕາມເຂື່ອນແມ່ນ້ຳຂອງ ໄດ້ຮັບຮູ້ວ່າຂໍ້ມູນທີ່ຕົນເຜີຍແຜ່ນັ້ນມີຄວາມຜິດພາດຢ່າງໜັກໜ່ວງ ແລະ ໄດ້ດັດແປງ, ແຕ່ຊ່ຽວຊານອຸທົກກະສາດຊີ້ອອກວ່າ, ຂໍ້ມູນຫຼັງຈາກການດັດແປງຍັງມີຄວາມຜິດໂຕນກັບຕົວເລກວັດແທກລະດັບນ້ຳທີ່ແທ້ຈິງ ເຖິງ 8 ແມັດ, ເຊິ່ງຂໍ້ມູນທີ່ຜິດພາດແນວນີ້ພາໃຫ້ເກີດມີອັນທີ່ເອີ້ນວ່າ ‘ຫຼັກຖານ’ ຂອງຖ້ອຍຄວາມທີ່ວ່າ ເຂື່ອນຈີນເຮັດໃຫ້ປະເທດອາຊີຕາເວັນອອກສຽງໃຕ້ທີ່ຢູ່ຍ່ານໃຕ້ຂາດແຄນນ້ຳ. ພວກເຮົາຍັງໄດ້ສົນໃຈວ່າ ມີສື່ມວນຊົນແຈ້ງຂ່າວຢ່າງເປີດເຜີຍຕໍ່ ອັນທີ່ເອີ້ນວ່າ ໂຄງການຕິດຕາມເຂື່ອນແມ່ນ້ຳຂອງ ດັ່ງກ່າວໄດ້ຮັບການສະໜັບສະໜູນດ້ານເງິນທຶນຈາກກະຊວງການຕ່າງປະເທດອາເມຣິກາ, ໃນນັ້ນ ມີຄົນຈຳນວນໜຶ່ງມັກຕຳໜິຈີນແບບບໍ່ມີມູນຄວາມຈິງຢ່າງຕໍ່ເນື່ອງໃນບັນຫາແມ່ນ້ຳຂອງໃນຊຸມປີມໍ່ໆມານີ້.”

ທ່ານວ່າງເວີນປິ່ນຊີ້ອອກວ່າ, ວົງການວິທະຍາສາດສາກົນ ແລະ ຄະນະກຳມະການແມ່ນ້ຳຂອງໄດ້ມີຜົນການສະຫຼຸບທີ່ຮັບຮູ້ໂດຍທົ່ວໄປຕໍ່ກັບບົດບາດຂອງເຂື່ອນຢູ່ຍ່ານເໜືອແມ່ນ້ຳລ້ານຊ້າງ. ຄະນະກຳມະການແມ່ນ້ຳຢູ່ໄດ້ເຜີຍແຜ່ບົດລາຍງານຜົນການຄົ້ນຄວ້າ ໂດຍເຫັນວ່າ, ອ່າງນ້ຳແບບຂັ້ນໄດຂອງແມ່ນ້ຳລ້ານຊ້າງຂອງຈີນມີຄຸນປະໂຫຍດທີ່ “ກັກເກັບນ້ຳໃນລະດູຝົນ, ແລະປ່ອຍນ້ຳໃນລະດູແລ້ງ”, ມີຜົນດີຕໍ່ການຮັກສາຄວາມໝັ້ນທ່ຽງຂອງບໍລິມາດນ້ຳໄຫຼໃນແມ່ນ້ຳຂອງ. ປັດຈຸບັນ, ການຮ່ວມມືດ້ານການແບ່ງປັນຂໍ້ມູນໃນຂົງເຂດຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ພັດທະນາກ້າວສູ່ລວງເລິກ, ເລີ່ມແຕ່ເດືອນພະຈິກປີ 2020, ຈີນໄດ້ສະເໜີຂໍ້ມູນອຸທົກກະສາດໝົດປີຂອງແມ່ນ້ຳລ້ານຊ້າງໃຫ້ກັບປະເທດລຸ່ມແມ່ນ້ຳຂອງ ແລະ ຄະນະກຳມະການແມ່ນ້ຳຂອງ,ປະກອບສ່ວນອັນຕັ້ງໜ້າໃຫ້ປະຊາຊົນໃນລຸ່ມແມ່ນ້ຳໄດ້ວມກັນຊົມໃຊ້ຊັບພະຍາກອນນ້ຳ ແລະ ຮ່ວມກັນຮັບມືກັບໄພນ້ຳຖ້ວມ.