ອົງການເພື່ອຊາວອົບພະຍົບມຽນມາຟື້ນຟູການຮ້ອງຂໍແລະການເຮັດວິຊາເອເລັກໂຕຼນິກຜ່ານທາງອິນເຕີເນັດ

CRI, March 31, 2022
Size:

ວັນທີ 30 ມີນານີ້ຕາມເວລາທ້ອງຖິ່ນ, ກະຊວງເພື່ອຊາວອົບພະຍົບແລະປະຊາກອນມຽນມາໄດ້ອອກແຈ້ງການວ່າ: ຈະຟື້ນຟູການຮ້ອງຂໍແລະການເຮັດວິຊາເອເລັກໂຕຼນິກຜ່ານທາງອິນເຕີເນັດນັບແຕ່ວັນທີ 1 ເມສາໜ້ານີ້ເປັນຕົ້ນໄປ. ກ່ອນໜ້ານີ້, ອີງຕາມຄວາມຮຽກຮ້ອງໃນການປ້ອງກັນແລະຄວບຄຸມສະພາບການລະບາດຂອງພະຍາດໂຄວິດ-19, ມຽນມາໄດ້ຢຸດຕິການເຮັດວິຊາເອເລັກໂຕຼນິກຜ່ານທາງອິນເຕີເນັດນັບແຕ່ວັນທີ 20 ມີນາປີ 2020 ເປັນຕົ້ນມາ ເຊິ່ງມາຮອດປັດຈຸບັນເປັນເວລາ 2 ປີປາຍແລ້ວ.

ປັດຈຸບັນ, ມຽນມາໄດ້ປະກາດວ່າ: ຍ້ອນໄດ້ຄວບຄຸມສະພາບພະຍາດຢ່າງມີປະສິດທິຜົນ, ຈະຟື້ນຟູໃຫ້ຖ້ຽວບິນການຄ້າສາກົນເຂົ້າສູ່ມຽນມານັບແຕ່ວັນທີ 17 ເມສາໜ້ານີ້ເປັນຕົ້ນໄປ ແລະຈະຫຼຸດເວລາກັກບໍລິເວນຂອງຄົນທີ່ເຂົ້າສູ່ມຽນມາໃຫ້ໜ້ອຍລົງ.