ເຮືອບັນທຸກນ້ຳມັນລຳໜຶ່ງຢູ່ແມ່ນ້ຳເຈົ້າພະຍາເກີດເຫດລະເບີດ ພາໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະບາດເຈັບ 4 ຄົນ

CRI, March 30, 2022
Size:

ເວລາ 13:30ຂອງວັນທີ 27 ມີນານີ້, ຕາມເວລາປະເທດໄທ, ເຮືອລຳໜຶ່ງທີ່ ບັນທຸກນ້ຳມັນດິບ 3.200.000 ລິດທີ່ແລ່ນຕາມແມ່ນ້ຳເຈົ້າພະຍາໄດ້ເກີດເຫດລະເບີດ ໃນເວລາແລ່ນຜ່ານແມ່ນ້ຳຕອນຢູ່ແຂວງສະໝຸດປາການ. ເຮືອບັນທຸກນ້ຳມັນ ລຳນີ້ເປັນຂອງໄທ, ໃນເຮືອລວມມີ 17 ຄົນ, ເຫດລະເບີດໄດ້ພາໃຫ້ມີຜູ້ເຊຍຊີວິດ 1 ຄົນ, ແລະບາດເຈັບ 4 ຄົນ.

ພາຍຫຼັງເກີດເຫດແລ້ວ, ພາກສ່ວນທີ່ກ່ຽວຂ້ອງໄດ້ສົ່ງເຮືອດັບເພີງໄປຊ່ວຍ ກອບກູ້ໃນທັນທີ, ພະນັກງານການແພດໄດ້ສົ່ງຜູ້ບາດເຈັບໄປໂຮງໝໍແລ້ວ. ປັດຈຸບັນ, ເຮືອທີ່ີເກີດເຫດພວມໄຫຼລອຍໄປສູ່ປາກທະເລອ່າວໄທ, ໄຟໃນເຮືອໄດ້ອ່ອນລົງແລ້ວ, ແຕ່ຍັງບໍ່ຮູ້ສາເຫດທີ່ພາໃຫ້ເກີດການລະເບີດເທື່ອ.