ດ່ານພາສີຂອງຈີນແລະໄທເຊັນແຜນດຳເນີນງານວ່າດ້ວຍການຮັບຮອງ AEO ລະຫວ່າງກັນ

CRI, March 29, 2022
Size:

      ວັນທີ 25 ມີນານີ້, ອົງການດ່ານພາສີຈີນແລະໄທໄດ້ເຊັນແຜນດຳເນີນງານວ່າດ້ວຍການຈັດວາງການຮັບຮອງ “ຜູ້ດຳເນີນທຸລະກິດທີ່ໄດ້ຮັບອະນຸຍາດ”(AEO)ລະຫວ່າງກັນ.

      ນີ້ແມ່ນແຜນດຳເນີນງານວ່າດ້ວຍການຮັບຮອງ AEO ລະຫວ່າງກັນສະບັບທຳອິດທີ່ອົງການດ່ານພາສີຂອງຈີນໄດ້ເຊັນກັບອົງການດ່ານພາສີຂອງປະເທດສະມາຊິກສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນຫຼືອາເຊັບນັບຕັ້ງແຕ່ສັນຍາເກີດມີຜົນບັງຄັບໃຊ້ເປັນຕົ້ນມາ.

      ອີງຕາມແຜນດຳເນີນງານ, ອົງການດ່ານພາສີຂອງສອງປະເທດຈະເລັ່ງດຳເນີນການປຶກສາຫາລືຫົວຂໍ້ຕ່າງໆກ່ຽວກັບການຮັບຮອງ AEO ລະຫວ່າງກັນ,ສຸມທຸກຄວາມພະຍາຍາມເພື່ອບັນລຸການຮັບຮອງ AEO ເຊິ່ງກັນແລະກັນລະຫວ່າງຈີນ-ໄທໂດຍໄວ.