ຄາດວ່າຍອດຜົນຜະລິດໝາກໄມ້ຂອງໄທໃນປີນີ້ຈະເພີ່ມຂຶ້ນ 13% ແລະຫວັງຢາກເພີ່ມການສົ່ງອອກໃຫ້ຈີນ

CRI, March 25, 2022
Size:

ວັນທີ 23 ມີນານີ້, ທ່ານຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າໄທກ່າວວ່າ: ຄາດວ່າຍອດຜົນຜະລິດໝາກໄມ້ຂອງໄທໃນປີນີ້ ຈະມີຫຼາຍກວ່າ 5,4 ລ້ານໂຕນ, ເພີ່ມຂຶ້ນ 13% ເມື່ອທຽບໃສ່ປີຜ່ານມາ. ເນື່ອງຈາກວ່າໃນລະດູການຜະລິດປີນີ້ຈະມີໝາກໄມ້ປ້ອນເຂົ້າຕະຫຼາດເປັນຈຳນວນຫຼວງຫຼາຍ, ທ່ານໄດ້ຈັດກອງປະຊຸມກັບພາກສ່ວນທີ່ກ່ຽວຂ້ອງ, ນັກທຸລະກິດສົ່ງອອກ ແລະ ເຈົ້າຂອງໝາກໄມ້ ເພື່ອວາງມາດຕະການຮັບມືລ່ວງໜ້າ ແລະ ທຳການກະກຽມເພື່ອສົ່ງອອກໝາກໄມ້ໄປຕ່າງປະເທດ.

ທ່ານຈຸລິນ ລັກສະນະວິສິດກ່າວຕື່ມວ່າ: ຈີນແມ່ນຕະຫຼາດສົ່ງອອກໝາກໄມ້ທີ່ໃຫຍ່ທີ່ສຸດຂອງໄທ. ປີ 2021, ໄທໄດ້ສົ່ງອອກໝາກໄມ້ປະມານ 2,2 ລ້ານໂຕນໄປຈີນ, ຍອດມູນຄ່າສົ່ງອອກມີເຖິງ 163 ຕື້ບາດ. ລັດຖະບານໄທຈະປຶກສາຫາລືກັບຝ່າຍຈີນ ແລະ ຫວັງວ່າ: ຈີນຈະສາມາດເປີດດ່ານຫຼາຍກວ່າເກົ່າ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງໝາກໄມ້ຂອງໄທເຂົ້າສູ່ປະເທດຈີນ.