ລັດຖະບານໄທກຽມຈະປະຕິບັດມາດຕະການຫຼາຍຢ່າງເພື່ອຫຼຸດຕົ້ນທຶນຊີວິດການເປັນຢູ່ຂອງປະຊາຊົນ

CRI, March 24, 2022
Size:

ວັນທີ 22 ມີນານີ້, ທ່ານປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີໄທກ່າວວ່າ: ລັດຖະບານກຽມຈະປະຕິບັດມາດຕະການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຫຼາຍຢ່າງເຊັ່ນ: ໃຫ້ເງິນອຸດໜູນອາຍແກັສທຳມະຊາດແລະອື່ນໆ, ເພື່ອຫຼຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຍ້ອນລາຄາພະລັງງານແພງຂຶ້ນ.

ຄະນະລັດຖະບານໄທໄດ້ຈັດກອງປະຊຸມໃນວັນທີ 22 ມີນານີ້, ໂດຍໄດ້ປຶກສາຫາລືກ່ຽວກັບບັນຫາຕາງໆທີ່ເກີດຂຶ້ນກັບຊີວິດການເປັນຢູ່ຂອງປະຊາຊົນໆ. ພາຍຫຼັງກອງປະຊຸມທ່ານປຣະຢຸດກ່າວຕໍ່ສື່ມວນຊົນວ່າ: ລາຄາພະລັງງານແພງຂຶ້ນຍ້ອນການປະທະກັນລະຫວ່າງຣັດເຊຍແລະອູແກຼນໄດ້ກະທົບເຖິງການຜະລິດສິນຄ້າແລະຕົ້ນທຶນການຂົນສົ່ງ, ສົ່ງຜົນເຮັດໃຫ້ຕົ້ນທຶນຊີວິດການເປັນຢູ່ຂອງປະຊາຊົນເພີ່ມຂຶ້ນ. ລັດຖະບານໄທໄດ້ເອົາໃຈໃສ່ບັນຫາຊີວິດການເປັນຢູ່ຂອງປະຊາຊົນມາໂດຍຕະຫຼອດ, ຈະພະຍາຍາມແກ້ໄຂຄວາມຫຍຸ້ງຍາກດ້ານຊີວິດການເປັນຢູ່ຂອງປະຊາຊົນໂດຍສະເພາະແມ່ນຜູ້ມີລາຍຮັບຕ່ຳແລະຜູ້ອອກແຮງງານດ້ວຍມາດຕະການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ.

ທ່ານກ່າວຕື່ມວ່າ: ຕົນເອງໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງເພີ່ມການຊ່ວຍເຫຼືອສຸກເສີນບົນພື້ນຖານນະໂຍບາຍແລະມາດຕະການທີ່ມີຢູ່ໃນປັດຈຸບັນ, ຄາດວ່າຈະປະຕິບັດມາດຕະການໃໝ່ຢ່າງໜ້ອຍ 10 ຂໍ້ນັບແຕ່ເດືອນພຶດສະພາຫາເດືອນກໍລະກົດປີນີ້.