ຖ້ຽວລົດໄຟຂົນສົ່ງສິນຄ້າສາກົນທາງລົດໄຟລາວ-ຈີນຖ້ຽວທຳອິດຂອງເຂດມົງໂກໃນຈີນໄດ້ເປີດບໍລິການຢ່າງເປັນທາງການ

CRI, March 23, 2022
Size:

ວັນທີ 19 ມີນານີ້, ຖ້ຽວລົດໄຟຂົນສົ່ງສິນຄ້າສາກົນທີ່ແລ່ນຕາມທາງລົດໄຟລາວ-ຈີນ ຖ້ຽວທຳອິດຂອງເຂດມົງໂກໃນຈີນ ໄດ້ເປີດບໍລິການຢ່າງເປັນທາງການ. ຖ້ຽວລົດໄຟ ຂົນສົ່ງສິນຄ້າຖ້ຽວນີ້ຈະແລ່ນຜ່ານທາງລົດໄຟລາວ-ຈີນແລະຜ່ານດ່ານບໍ່ຫານ-ບໍ່ເຕັນແລ້ວເຂົ້າສູ່ປະເທດລາວ ແລະ ເດີນທາງເຖິງນະຄອນຫຼວງວຽງຈັນ ໂດຍຈະໃຊ້ເວລາ 10 ວັນ. 

ເພື່ອຮັບປະກັນການເປີດບໍລິການຖ້ຽວລົດໄຟດັ່ງກ່າວໃຫ້ດຳເນີນໄປຢ່າງສະດວກ, ພາກສ່ວນທາງລົດໄຟຂອງເຂດມົງໂກໃນຈີນ ໄດ້ປະສານສົມທົບກັບອົງການພາສີຢ່າງ ຕັ້ງໜ້າ ແລະ ແໜ້ນແຟ້ນ, ໄດ້ໃຫ້ບຸລິມະສິດຂົນຖ່າຍສິນຄ້າ, ຈັດສັນຕູ້ລົດໄຟ ແລະ ອອກລົດ ເຊິ່ງເປັນການເປີດຊ່ອງທາງສີຂຽວໃຫ້ແກ່ຖ້ຽວລົດໄຟດັ່ງກ່າວ ພາຍໃຕ້ ສະພາບການທີ່ປະຕິບັດມາດຕະການປອ້ງກັນ ແລະຄວບຄຸມການແຜ່ລະບາດຂອງ ພະຍາດໂຄວິດ-19 ທີ່ເຂັ້ມງວດ.