ໜ່ວຍຊ່ຽວຊານແພດພື້ນເມືອງຈີນເດີນທາງໄປຊ່ວຍກຳປູເຈຍກຳປູເຈຍດ້ານໂຄວິດ-19

CRI, March 22, 2022
Size:

ໜ່ວຍຊ່ຽວຊານການແພດພື້ນເມືອງຈີນເດີນທາງໄປເຖິງກຳປູເຈຍ_fororder_91529822720e0cf3e302825c02d4f915bf09aa38

ຕາມຂ່າວ CMG: ຕອນບ່າຍວັນທີ 16 ມີນານີ້, ໜ່ວຍຊ່ຽວຊານແພດພື້ນເມືອງຈີນຕ້ານພະຍາດໂຄວິດ-19 ໄດ້ເດີນທາງໄປເຖິງສະໜາມບິນສາກົນນະຄອນຫຼວງພະນົມເປັນປະເທດກຳປູເຈຍ. ທ່ານນາງສວີເຟີ້ງສິນ ຫົວໜ້າໜ່ວຍຊ່ຽວຊານກ່າວວ່າ, ໜ້າທີ່ຂອງໜ່ວຍຊ່ຽວຊານຕ້ານພະຍາດໂຄວິດ-19 ຂອງຈີນແມ່ນແບ່ງປັນບົດຮຽນຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຂອງຈີນໃຫ້ແກ່ກຳປູເຈຍ, ແລກປ່ຽນວິຊາການກັບຝ່າຍກຳປູເຈຍແລະຊ່ວຍເຫຼືອກຳປູເຈຍຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19.

ທ່ານ ໂອມ ໂບຣະຣົສ໌ ເລຂາທິການວຽກງານແຫ່ງລັດຂອງກະຊວງສາທາລະນະສຸກກຳປູເຈຍກ່າວວ່າ, ກ່ອນໜ້ານີ້, ການແພດແລະຢາພື້ນເມືອງຈີນໄດ້ເສີມຂະຫຍາຍບົດບາດສຳຄັນໃນວຽກງານຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ກຳປູເຈຍ. ປະເທດຈີນໄດ້ສົ່ງໜ່ວຍຊ່ຽວຊານການແພດພື້ນເມືອງຈີນມາກຳປູເຈຍເທື່ອນີ້, ຈະນຳເອົາເຕັກນິກໃໝ່ດ້ານປິ່ນປົວພະຍາດໃຫ້ແກ່ກຳປູເຈຍ, ກໍຈະມີຜົນດີຕໍ່ການຊ່ວຍເຫຼືອກຳປູເຈຍຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຖືກຕ້ອງ.

ໃນເວລາ 2 ເດືອນຕໍ່ໜ້າ, ໜ່ວຍຊ່ຽວຊານຈະປະຈຳຢູ່ໂຮງໝໍມິດຕະພາບຈີນ-ກຳປູເຈຍຄົສມັກເພື່ອດຳເນີນວຽກງານການຊ່ວຍເຫຼືອ. ຫຼັງຈາກນັ້ນຈີນຍັງຈະສົ່ງໜ່ວຍຊ່ຽວຊານຕ້ານພະຍາດໂຄວິດ-19 ໄປເຮັດວຽກຢູ່ກຳປູເຈຍອີກ.