ທ່ານສີຈິ້ນຜິງສົນທະນາກັບທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ ທາງໂທລະສັບ

CRI, March 22, 2022
Size:

ຕອນບ່າຍວັນທີ 18 ມີນານີ້, ທ່ານ ສີຈິ້ນຜິງ  ປະທານປະເທດຈີນ ໄດ້ສົນທະນາກັບທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍທາງໂທລະສັບ.
    ໂອກາດດັ່ງກ່າວ, ທ່ານສີຈິ້ນຜິງກ່າວວ່າ: ຈີນຈະສືບຕໍ່ສະຫນັບສະຫນູນ ກຳປູເຈຍຕ້ານກັບພະຍາດໂຄວິດ-19, ຮ່ວມກັບຝ່າຍກຳປູເຈຍເພື່ອຄົ້ນຄວ້າຮູບ ແບບໃຫມ່ແຫ່ງການແລກປ່ຽນດ້ານວັດທະນະທຳລະຫວ່າງສອງປະເທດພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19. ຈີນເດັດດ່ຽວສະຫນັບສະຫນູນ ຖານະໃຈກາງຂອງອາຊຽນໃນໂຄງປະກອບການຮ່ວມມືພາກພື້ນ, ສະຫນັບສະ ຫນູນອາຈຽນເສີມຂະຫຍາຍບົດບາດຫຼາຍກວ່າເກົ່າໃນວຽກງານພາກພື້ນແລະສາ ກົນ, ສະຫນັບສະຫນູນກຳປູເຈຍປະຕິບັດຫນ້າທີ່ເປັນປະເທດປະທານຫມູນວຽນຂອງ ອາຊຽນປະຈຳປີ2022ນີ້ໃຫ້ໄດ້ຮັບປະສິດທິຜົນ, ຈີນຍິນດີຮ່ວມກັບກຳປູເຈຍແລະ ບັນດາປະເທດໃນອາຊຽນຊຸກຍູ້ສາຍພົວພັນຄູຮ່ວມຍຸດທະສາດຮອບດ້ານຈີນ-ອາ ຊຽນໃຫ້ໄດ້ຮັບການພັດທະນາໃຫມ່ຢ່າງບໍ່ຢຸດຢັ້ງ. 

ທ່ານຮຸນແຊນກ່າວຢືນຢັນວ່າ: ການຄ້າລະຫວ່າງສອງຝ່າຍກຳປູເຈຍ -ຈີນໄດ້ຂະຫຍາຍຕົວຢ່າງວ່ອງໄວ, ການກໍ່ສ້າງໂຄງການໃຫຍ່ພາຍໃນຂອບ ຮ່ວມກັນສ້າງ “ຫນຶ່ງແລວຫນຶ່ງເສັ້ນທາງ”ໄດ້ຄືບຫນ້າໄປຢ່າງສະດວກ, ເຊິ່ງໄດ້ ສະແດງໃຫ້ເຫັນເຖິງຜົນສຳເລັດຂອງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານກຳປູເຈຍ-ຈີນແລະການສ້າງຄູ່ຮ່ວມຊາຕາກຳກຳປູເຈຍ-ຈີນ. ກຳປູເຈຍຍິນດີຖືເອົາ ວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ65ປີໃນປີຫນ້າເປັນໂອກາດທີ່ດີເພື່ອລົງເລິກການແລກປ່ຽນແລະຮ່ວມມືໃນຂົງເຂດຕ່າງໆເຊັ່ນ ເສດຖະກິດການຄ້າ,ກະສິກຳ, ວັດທະນະທຳແລະອື່ນໆ, ຊຸກຍູ້ການຮ່ວມກັນສ້າງ “ຫນຶ່ງແລວຫນຶ່ງເສັ້ນທາງ”, ຍົກລະດັບສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ກຳປູເຈຍ-ຈີນໃຫ້ຂຶ້ນສູ່ລະດັບໃຫມ່. ໃນຖານະເປັນປະເທດປະທານຫມູນວຽນ ຂອງອາຊຽນປີ2022ນີ້, ກຳປູເຈຍຍິນດີສືບຕໍ່ຕັ້ງຫນ້າຊຸກຍູ້ອາຊຽນເສີມຂະຫຍາຍ ການພົວພັນກັບຈີນ.

ນອກນີ້ ຜູ້ນຳສອງປະເທດຈີນ-ກຳປູເຈຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວ ກັບສະຖານະການຢູ່ອູແກຼນ.