ມຽນ​ມາ​ຈະ​ເປີດ​ຖ້ຽວ​ບິນການ​ຄ້າ​ຂົນ​ສົ່ງໂດຍ​ສານ​ສາ​ກົນ​ຄືນ​ໃໝ່​ໃນ​ວັນ​ທີ 17 ເມ​ສາ​ໜ້າ​ນີ້

CRI, March 21, 2022
Size:

ມຽນມາຈະເປີດຖ້ຽມບິນການຄ້າຂົນສົ່ງໂດຍສານສາກົນຄືນໃໝ່ໃນວັນທີ 17 ເມສາໜ້າ_fororder_8aeb55a683e4d9fb8f3f1855809c2922

ຕອນຄ່ຳວັນທີ 18 ມີນານີ້, ຄະນະກຳມະການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ສູນກາງມຽນມາໄດ້ອອກປະກາດແຈ້ງການວ່າ: ເນື່ອງຈາກວ່າຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວໄດ້ຫຼຸດລົງ, ເພື່ອໃຫ້ຄວາມສະດວກດ້ານການເດີນທາງ, ມຽນມາຈະເປີດຖ້ຽມບິນການຄ້າຂົນສົ່ງໂດຍສານສາກົນຄືນໃໝ່ໃນວັນທີ 17 ເມສາໜ້ານີ້.

ມຽນມາໄດ້ປະກາດຢຸດຖ້ຽວບິນການຄ້າຂົນສົ່ງໂດຍສານສາກົນເປັນການຊົ່ວຄາວເລີ່ມແຕ່ວັນທີ 30 ມີນາປີ 2020. ຫວ່າງມໍ່ໆມານີ້, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 4 ທີ່ເກີດຂຶ້ນຢູ່ມຽນມາໄດ້ຜ່ອນຄາຍລົງ, ອີງຕາມຜົນການສະຖິຕິຂອງກະຊວງສາທາລະນະສຸກມຽນມາ, ໃນຜົນການກວດນິວຄະເລອິກຫາເຊື້ອໄວຣັດໂຄວິດ-19 ຂອງ 17.763 ຕົວຢ່າງໃນວັນທີ 18 ມີນານີ້, ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໄດ້ເພີ່ມຂຶ້ນ 540 ກໍລະນີ, ອັດຕາຖືກບົ່ງມະຕິເປັນ 3,04%, ໃນມື້ດຽວກັນ, ມີສອງຄົນເສຍຊີວິດຍ້ອນເປັນພະຍາດໂຄວິດ-19.