ອາ​ຊຽນ​​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ ບໍ່​ສົນ​ໃຈ​ຈັດ​ຕັ້ງ​ພັນ​ທະ​ມິດ​​ດ້ານການ​ທະ​ຫານ

CRI, March 18, 2022
Size:

    ໃນເວລາເຂົ້າຮ່ວມກອງປະຊຸມສຸດຍອດການຄ້າອາຊຽນຂອງສຳນັກຂ່າວສານບຣູມເບີກຄັ້ງທີ 7, ທ່ານ ວິວຽນ ບາລາຄຣີສນານ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປໄດ້ໃຫ້ສຳພາດຕໍ່ສຳນັກຂ່າວສານບຣູມເບີກໃນວັນທີ15ມີນານີ້ໂດຍຊີ້ໃຫ້ເຫັນວ່າ: ອາຊຽນໃຫ້ຄວາມສຳຄັນຕໍ່ການເຊື່ອມໂຍງດ້ານເສດຖະກິດ, ບໍ່ສົນໃຈຈັດຕັ້ງພັນທະມິດດ້ານການທະຫານ.

ທ່ານວິວຽນກ່າວຕື່ມວ່າ: ອາຊຽນມີຈຸດປະສົງກາຍເປັນອົງການຈັດຕັ້ງທີ່ເປີດປະຕູແລະກວມລວມ,ສົນໃຈການເຊື່ອມໂຍງເຂົ້າກັນໃນດ້ານການຄ້າແລະເສດຖະກິດ,ມີລັກສະນະກວມລວມ, ຍິນດີເປີດກວ້າງການຮ່ວມມືກັບເພື່ອນມິດທັງໝົດ ຊຶ່ງລວມທັງປະເທດໃຫຍ່, ແຕ່ອາຊຽນບໍ່ສົນໃຈເລື່ອງຈັດຕັ້ງພັນທະມິດທາງການທະຫານ.