ມຽນມາຜ່ອນຄາຍ​ມາດ​ຕະການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ​ໂດຍ​ອະນຸຍາດ​​ໃຫ້ຈັດ​ກິດຈະກຳ​ທີ່ີມີ​ໜ້ອຍ​ກວ່າ 400 ຄົນ​ເຂົ້າ​ຮ່ວມ

CRI, March 18, 2022
Size:

ມຽນມາຜ່ອນຄາຍມາດຕະການປ້ອງກັນພະຍາດໂຄວິດ-19 ໂດຍອະນຸຍາດໃຫ້ຈັດກິດຈະກຳທີ່ີມີໜ້ອຍກວ່າ 400 ຄົນເຂົ້າຮ່ວມ_fororder_截图录屏_选择区域_20220317104054

ວັນທີ 15 ມີນານີ້, ກະຊວງສາທາລະນະສຸກມຽນມາແຈ້ງໃຫ້ຮູ້ວ່າ, ຍ້ອນວ່າອັດຕາການຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ແລະ ອັດຕາເສຍຊີວິດຍ້ອນພະຍາດໂຄວິດ-19 ຫຼຸດຕ່ຳລົງ, ສະນັ້ນ, ນັບແຕ່ວັນທີ 16 ມີນານີ້ເປັນຕົ້ນໄປມຽນມາໄດ້ອະນຸຍາດໃຫ້ຈັດກິດຈະກຳທີ່ມີໜ້ອຍກວ່າ 400 ຄົນເຂົ້າຮ່ວມ. ແຕ່ໃນເວລາຈັດກິດຈະກຳ ຕ້ອງປະຕິບັດຕາມຂໍ້ກຳນົດການປ້ອງກັນພະຍາດຢ່າງເຂັມງວດ.

ກະຊວງສາທາລະນະສຸກມຽນມາໄດ້ປະກາດໃນວັນທີ 29 ຕຸລາປີ 2021ຜ່ານມາວ່າ, ໄດ້ເພີ່ມຈຳນວນຄົນທີ່ຈຳກັດເຂົ້າຮ່ວມກິດຈະກຳຈາກ 50 ຄົນໄປຮອດ 100 ຄົນ. ແຕ່ມາຮອດວັນທີ 30 ທັນວາປີ 2021, ກະຊວງສາທາລະນະສຸກມຽນມາກໍ່ໄດ້ປະກາດອະນຸຍາດໃຫ້ຈັດກິດຈະກຳສາສະໜາ ແລະ ພິທີຊາປະນະກິດສົບທີ່ບໍ່ມີຫຼາຍກວ່າ 200 ຄົນເຂົ້າຮ່ວມ.

ຂ່າວແຈ້ງໃຫ້ຮູ້ວ່າ,ປັດຈຸບັນ ພາກສ່ວນກ່ຽວຂ້ອງຂອງນະຄອນມັນດາເລ ແລະ ທ້ອງຖິ່ນອື່ນໆຂອງມຽນມາໄດ້ເລີ່ມກຽມຈັດກິດຈະກຳສະຫຼອງບຸນສົງການທີ່ຈະຈັດຂຶ້ນໃນກາງເດືອນເມສາແລ້ວ.