ເພື່ອ​​ສະ​ກັດ​ກັ້ນບໍ່​ໃຫ້ລາ​ຄານ້ຳ​ມັນ​ຂຶ້ນໄວ​ເກີນ​ໄປ ລັດ​ຖະ​ບານ​ໄທ​ໄດ້ນຳ​ໃຊ້​ມາດ​ຕະ​ການ​ໃຫ້ຄ່າອຸດ​ໜູນ​ດ້ານ​ນ້ຳ​ມັນ​ເຊື້ອ​ໄຟ

CRI, March 17, 2022
Size:

ວັນທີ 14 ມີນານີ້ຕາມເວລາທ້ອງຖິ່ນ, ທ່ານ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທເປັນປະທານຈັດກອງປະຊຸມຄະນະລັດຖະບານ ໂດຍໄດ້ເຈາະຈົງປຶກສາຫາລືກັນກ່ຽວກັບຜົນກະທົບແລະມາດຕະການຮັບມືຕໍ່ກໍລະນີລາຄານ້ຳມັນເຊື້ອໄຟເພີ່ມສູງຂຶ້ນ ຍ້ອນການປະທະກັນລະຫວ່າງຣັດເຊຍກັບອູແກຼນ.

ຫົວໜ້າຫ້ອງການກອງທຶນນ້ຳມັນເຊື້ອໄຟຂອງໄທກ່າວໃນກອງປະຊຸມວ່າ: ສະຖານະການຣັດເຊຍ-ອູແກຼນເຮັດໃຫ້ລາຄານ້ຳມັນເຊື້ອໄຟເພີ່ມສູງຂຶ້ນຫຼາຍທີ່ສຸດໃນຮອບ 14 ປີຜ່ານມາ, ເພື່ອສະກັດກັ້ນບໍ່ໃຫ້ລາຄານ້ຳມັນຂຶ້ນໄວເກີນໄປ, ອົງການກອງທຶນນ້ຳມັນເຊື້ອໄຟຂອງລັດຖະບານໄດ້ນຳໃຊ້ມາດຕະການໃຫ້ຄ່າອຸດໜູນດ້ານນ້ຳມັນເຊື້ອໄຟ ຄື 7 ບາດຕໍ່ລິດ, ຖ້າຫາກວ່ານ້ຳມັນເຊື້ອໄຟໃນຕະຫຼາດນ້ຳມັນດິບສາກົນຂຶ້ນລາຄາເຖິງ 135 ໂດລາສະຫະລັດຕໍ່ບາເຣວ, ຄ່າອຸດໜູນຂອງລັດຖະບານກໍ່ຈະເພີ່ມຂຶ້ນເຖິງ8ບາດຕໍ່ລິດ, ແຕ່ສາມາດອຸດໜູນໄດ້ພຽງແຕ່ຮອດທ້າຍເດືອນມີນາເທົ່ານັ້ນ; ຖ້າວ່າສະຖານະການຣັດເຊຍ-ອູແກຼນຜ່ອນຄາຍລົງ, ນ້ຳມັນດິບສາກົນລົງ ລາຄາ, ລັດຖະບານໄທອາດຈະໃຫ້ຄ່າອຸດໜູນດັ່ງກ່າວຮອດຕົ້ນເດືອນເມສາກໍ່ເປັນໄປໄດ້.