ຈີນ​ຊຸກ​ຍູ້​ການ​ສ້າງ​ການ​ພົວພັນ​ໝູ່ຄູ່​ຍຸດ​ທະ​ສາດ​ອັນ​ຮອບດ້ານ​ຈີນ-​ອາ​ຊຽນ

CRI, March 17, 2022
Size:

ຈີນຊຸກຍູ້ການສ້າງການພົວພັນໝູ່ຄູ່ຍຸດທະສາດອັນຮອບດ້ານຈີນ-ອາຊຽນ_fororder_杨燕怡

ວັນທີ 15 ມີນານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຂ່າວແຈ້ງວ່າ, ຫວ່າງກ່ອນນີ້ບໍ່ດົນ,ທ່ານນາງຢ໋າງຢ້ຽນຢີ໋ ຜູ້ຕາງໜ້າຂອງທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ, ອະດີດຫົວໜ້າຄະນະທູດປະຈຳສະຫະພາບເອີລົບ, ເອກອັກຄະລັດຖະທູດຈຳປະຈຳບຼູໄນໄດ້ຢ້ຽມຢາມຟິລິບປິນ, ອິນໂດເນເຊຍ, ກຳປູເຈຍ, ສິງກະໂປ ແລະ ສຳນັກເລຂາອາຊຽນ, ຂໍແນະນຳສະພາບທີ່ກ່ຽວຂ້ອງ?

ທ່ານຈ້າວລີ້ຈ່ຽນລະບຸວ່າ, ຫວ່າງມໍ່ໆມານີ້, ທ່ານນາງຢ໋າງຢ້ຽນຢີ໋ ຜູ້ຕາງໜ້າຂອງທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ, ອະດີດຫົວໜ້າຄະນະທູດປະຈຳສະຫະພາບເອີລົບ, ເອກອັກຄະລັດຖະທູດຈຳປະຈຳບຼູໄນໄດ້ຢ້ຽມຢາມຟິລິບປິນ, ອິນໂດເນເຊຍ, ກຳປູເຈຍ, ສິງກະໂປ ແລະ ສຳນັກເລຂາອາຊຽນ. ການຢ້ຽມຢາມເທື່ອນີ້ມີຈຸດປະສົງເພີ່ມທະວີການແລກປ່ຽນກັບບັນດາປະເທດອາຊຽນ, ຈັດຕັ້ງປະຕິບັດຜົນງານ ແລະ ຄວາມຮັບຮູ້ຄືກັນທີ່ໄດ້ຮັບໃນກອງປະຊຸມສຸດຍອດເພື່ອລະນຶກຈີນ ກັບ ອາຊຽນສ້າງການພົວພັນສົນທະນາກັນຄົບຮອບ 30 ປີ ແລະ ຊຸກຍູ້ການສ້າງການພົວພັນໝູ່ຄູ່ຍຸດທະສາດອັນຮອບດ້ານຈີນ-ອາຊຽນ.