ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ປ່ຽນ​ແປງ​ເງື່ອນ​ໄຂ​ແລະ​ວິ​ທີ​ການ​ອອກ​ເດີນ​ທາງ​ຂອງ​ປະ​ຊາ​ຊົນ​ລຽບ​ຕາມ​ທາງ​ລົດ​ໄຟ

CRI, March 16, 2022
Size:

ທາງລົດໄຟລາວ-ຈີນໄດ້ປ່ຽນແປງເງື່ອນໄຂແລະວິທີການອອກເດີນທາງຂອງປະຊາຊົນລຽບຕາມທາງລົດໄຟ_fororder_arefawerafwef

ທ່ານຈັນສຸກ ແມ່ນພະນັກງານບໍລິສັດພູເບ້ຍ, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານກ່າວວ່າ: “ຂີ່ລົດໄຟຈະໃຊ້ເວລາໜ້ອຍກວ່າ ແລະ ລາຄາຖືກກວ່າ, ຮູ້ສຶກມີຄວາມປອດໄພກວ່າຂີ່ລົດບັດ ແລະ ຮູ້ສຶກໄວ້ວາງໃຈ”. ຍ້ອນວ່າຕ້ອງໄປເຮັດວຽກຢູ່ຕ່າງແຂວງເລື້ອຍໆ, ແຕ່ກ່ອນ, ທ່ານຈັນສຸກຕົ້ນຕໍຈະຂີ່ລົດບັດໄປ, ບໍ່ພຽງແຕ່ໃຊ້ເວລາຫຼາຍກວ່າ, ບາງທີກໍຍັງພົບກໍລະນີດິນເຈື່ອນໃນການເດີນທາງ. ພາຍຫຼັງເປີດນຳໃຊ້ທາງລົດໄຟລາວ-ຈີນແລ້ວ, ການາຂີ່ລົດໄຟໄດ້ເປັນທາງເລືອກບູລິມະສິດຂອງທ່ານຈັນສຸກ, ການເປີດນຳໃຊ້ທາງລົດໄຟໄດ້ພໍ 100 ວັນ, ທ່ານຈັນສຸກໄດ້ຂີ່ລົດໄຟເຖິງສິບກວ່າຄັ້ງແລ້ວ. ເວົ້າສຳລັບລາວເອງ, ການຂີ່ລົດໄຟແມ່ນໄວກວ່າ, ສະບາຍກວ່າ ແລະ ປອດໄພກວ່າ.

ວັນທີ 12 ມີນານີ້, ທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ຄົບຮອບ 100 ວັນ. ໄລຍະ 100 ວັນມານີ້, ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນລຽບຕາມທາງລົດໄຟ, ທາງລົດໄຟລາວ-ຈີນບໍ່ພຽງແຕ່ໄດ້ເພີ່ມຖ້ຽວລົດໄຟໂດຍສານໃຫ້ຫຼາຍຂຶ້ນເທົ່ານັ້ນ, ຫາກຍັງໄດ້ດຳເນີນການທົດລອງແລ່ນລົດໄຟ EMU ຂະບວນລ້ານຊ້າງສອງຂະບວນຕໍ່ໃສ່ກັນ ເພື່ອເພີ່ມຄວາມສາມາດດ້ານການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການອອກເດີນທາງຂອງຜູ້ໂດຍສານຢູ່ຕາມທາງລົດໄຟລາວ-ຈີນ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ການເປີດນຳໃຊ້ທາງລົດໄຟລາວ-ຈີນໄດ້ 100 ວັນ, ຂະບວນລົດໄຟໂດຍສານຕອນຢູ່ພາຍໃນປະເທດຈີນໄດ້ເປີດຖ້ຽວລົດໄຟໄປ-ກັບ 23,5 ຂະບວນຕໍ່ມື້ ແລະ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 1,65 ລ້ານເທື່ອຄົນ, ສູງສຸດ, ມື້ໜຶ່ງສາມາດຂົນສົ່ງຜູ້ໂດຍສານໄດ້ເຖິງ 33.000 ເທື່ອຄົນ; ທາງລົດໄຟຕອນຢູ່ພາຍໃນປະເທດລາວໄດ້ເປີດຂະບວນລົດໄຟໂດຍສານໄປ-ກັບ 2 ຂະບວນຕໍ່ມື້, ນັບລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ 150.000 ເທື່ອຄົນ ແລະ ສູງສຸດຂົນສົ່ງຜູ້ໂດຍສານໄດ້ເຖິງ 2.800 ເທື່ອຄົນຕໍ່ມື້. ທາງລົດໄຟລາວ-ຈີນໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກຜູ້ໂດຍສານທັງຫຼາຍ ຍ້ອນມີສະພາບແວດລ້ອມທີ່ປອດໄພ, ສີຂຽວ, ມີປະສິດທິພາບສູງ ແລະ ສະດວກສະບາຍ.

ພ້ອມດຽວກັນນັ້ນ, ນັບແຕ່ເປີດນຳໃຊ້ທາງລົດໄຟລາວ-ຈີນເປັນຕົ້ນມາ, ທາງລົດໄຟສາຍນີ້ໄດ້ກາຍເປັນຊ່ອງທາງຈໍລະຈອນສິນຄ້າທີ່ສະດວກສະບາຍຢູ່ລະຫວ່າງຈີນແລະບັນດາປະເທດສະມາຊິກອາຊຽນ. ໄລຍະ 100 ວັນມານີ້, ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 1,2 ລ້ານໂຕນ ແລະ ຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 280.000 ໂຕນ, ໄດ້ຂົນສົ່ງສິນຄ້າໄປເຖິງຫຼາຍປະເທດ. ນອກຈາກນີ້ແລ້ວ, ເພື່ອຍົກຄຸນນະພາບດ້ານການຂົນສົ່ງສິນຄ້າໃຫ້ສູງຂຶ້ນ, ພາກສ່ວນທາງລົດໄຟລາວ-ຈີນຍັງໄດ້ໃຫ້ບໍລິການຂົນສົ່ງສິນຄ້າ “ເສັ້ນທາງສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ຂົນສົ່ງສິນຄ້າຈາກນະຄອນຄຸນມິງປະເທດຈີນເຖິງນະຄອນຫຼວງວຽງຈັນຂອງປະເທດລາວໃຊ້ເວລາພຽງ 26 ຊົ່ວໂມງ, ສາມາດປະຢັດເວລາໄດ້ຢ່າງຫຼວງຫຼາຍເມື່ອທຽບໃສ່ຂະບວນລົດໄຟຂົນສົ່ງສິນຄ້າສາກົນທຳມະດາ.

ພາຍຫຼັງເປີດນຳໃຊ້ທາງລົດໄຟລາວ-ຈີນແລ້ວ, ຕົ້ນທຶນໃນການຂົນສົ່ງສິນຄ້າຈາກນະຄອນຫຼວງວຽງຈັນເຖິງນະຄອນຄຸນມິງຂອງຈີນໄດ້ຫຼຸດລົງ 40% ຫາ 50%, ຕົ້ນທຶນຂົນສົ່ງສິນຄ້າພາຍໃນປະເທດລາວກໍໄດ້ຫຼຸດລົງ 20% ຫາ 40%. ຄຽງຄູ່ກັບສົນທິສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ມີຜົນບັງຄັບໃຊ້ຢ່າງເປັນທາງການແລ້ວ, ຍອດປະລິມານການຂົນສົ່ງສິນຄ້າຕາມທາງລົດໄຟລາວ-ຈີນຍັງຈະເພີ່ມຂຶ້ນຢ່າງຫຼວງຫຼາຍ.

ການເປີດນຳໃຊ້ທາງລົດໄຟລາວ-ຈີນໄດ້ຊຸກຍູ້ການພັດທະນາເສດຖະກິດຢູ່ລຽບຕາມທາງລົດໄຟຢ່າງແຂງແຮງ ພ້ອມທັງໄດ້ປັບປຸງເງື່ອນໄຂແລະວິທີການອອກເດີນທາງຂອງປະຊາຊົນຢູ່ລຽບຕາມທາງລົດໄຟເປັນຢ່າງດີ. ທ່ານຄຳພອນ ສິດທິເດດ ຮອງຫົວໜ້າພະແນກຮ່ວມມືສາກົນຄະນະພົວພັນຕ່າງປະເທດຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວກ່າວວ່າ: “ການເປີດນຳໃຊ້ທາງລົດໄຟລາວ-ຈີນໄດ້ປັບປຸງການສ້າງພື້ນຖານໂຄງລ່າງຢູ່ລຽບຕາມທາງລົດໄຟໃຫ້ດີຂຶ້ນ ເຊິ່ງມີບົດບາດອັນໃຫຍ່ຫຼວງໃນການຊຸກຍູ້ການພັດທະນາເສດຖະກິດຂອງທ້ອງຖິ່ນ ແລະ ການປະກອບອາຊີບຂອງຊາວໜຸ່ມ ພ້ອມທັງໄດ້ຊ່ວຍຊຸກຍູ້ໃຫ້ປະເທດລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລຫັນມາເປັນປະເທດເຊື່ອມໂຍງເຊື່ອມຈອດຂອງພາກພື້ນ.”

ທາງລົດໄຟລາວ-ຈີນໄດ້ປ່ຽນແປງເງື່ອນໄຂແລະວິທີການອອກເດີນທາງຂອງປະຊາຊົນລຽບຕາມທາງລົດໄຟ_fororder_aweargaer

ທາງລົດໄຟລາວ-ຈີນໄດ້ປ່ຽນແປງເງື່ອນໄຂແລະວິທີການອອກເດີນທາງຂອງປະຊາຊົນລຽບຕາມທາງລົດໄຟ_fororder_awewargaerg