ເພີ່ມທະວີການຮ່ວມມືປະຕິບັດກົດໝາຍໃນການປ້ອງກັນແລະຄວບຄຸມສະພາບພະຍາດ

CRI, March 15, 2022
Size:

ເພີ່ມທະວີການຮ່ວມມືປະຕິບັດກົດໝາຍໃນການປ້ອງກັນແລະຄວບຄຸມສະພາບພະຍາດ_fororder_WechatIMG302

ຕາມຂ່າວCRI: ວັນທີ 10 ມີນານີ້, ສະຖານີກວດກາການເຂົ້າອອກຊາຍແດນສາຂາຊ້າງຢົງບໍ່ຫານແຂວງຢູນນານປະເທດຈີນແລະສະຖານີກວດກາປ້ອງກັນຄວາມສະຫງົບພູຫຼັກຄຳປະເທດລາວໄດ້ຈັດການພົບປະກັນຊົ່ວຄາວກ່ຽວກັບການເພີ່ມທະວີການຮ່ວມມືໃນການປະຕິບັດກົດໝາຍການປ້ອງກັນແລະຄວບຄຸມສະພາບພະຍາດໂຄວິດ-19.

ໃນເວລາພົບປະກັນສອງຝ່າຍໄດ້ແຈ້ງສະພາບການແລະແລກປ່ຽນຄວາມຄິດເຫັນກ່ຽວກັບສະພາບພະຍາດໂຄວິດ-19, ການປ້ອງກັນແລະຄວບຄຸມສະພາບພະຍາດແລະສະພາບການຄຸ້ມຄອງຊາຍແດນໃນໄລຍະມໍ່ໆມານີ້, ສອງຝ່າຍໄດ້ມີຄວາມເປັນເອກະພາບກັນໃນດ້ານຕ່າງໆ, ເຊັ່ນ: ການລົງເລິກກົນໄກການຮ່ວມມືໃນການປະຕິບັດກົດໝາຍຂອງເຈົ້າໜ້າທີ່ຕຳຫຼວດຕື່ມອີກ, ການອອກແຮງຮ່ວມກັນໃນການປາບປາມການກໍ່ອາຊະຍາກຳທີ່ຜິດກົດໝາຍຢູ່ເຂດຊາຍແດນ, ການອອກແຮງຢ່າງສຸດຂີດໃນການປົກປັກຮັກສາຄວາມປອດໄພແລະຄວາມໂລ່ງລ່ຽນຂອງຊອ່ງທາງເຂົ້າອອກແລະອື່ນໆ. ໃນໄລຍະພົບກັນ, ສະຖານີກວດກາຊາຍແດນບໍ່ຫານໄດ້ມອບເຄື່ອງປ້ອງກັນພະຍາດແລະເຄື່ອງໃຊ້ປະຈຳວັນຊຸດໜຶ່ງໃຫ້ແກ່ສະຖານີກວດກາຊາຍແດນຂອງລາວ.