ໄທຈະຈັດກິດຈະກຳຫຼິ້ນບຸນຫົດນ້ຳຄືນໃໝ່ຫຼັງຢຸດເຊົາໄປເປັນເວລາ 2 ປີ ລັດຖະບານຮຽກຮ້ອງໃຫ້ປ້ອງກັນໃຫ້ດີ

CRI, March 11, 2022
Size:

ໄທຈະຈັດກິດຈະກຳຫຼິ້ນບຸນຫົດນ້ຳຄືນໃໝ່ຫຼັງຢຸດເຊົາໄປເປັນເວລາ 2 ປີ ລັດຖະບານຮຽກຮ້ອງໃຫ້ປ້ອງກັນໃຫ້ດີ_fororder_WechatIMG294

ຕາມຂ່າວ CRI: ໜັງສືພິມ “ບາງກອກພົສ” ຂອງໄທລາຍງານວ່າ, ລັດຖະບານໄທໄດ້ປະກາດໃນວັນທີ 8 ມີນານີ້ວ່າ: ຫຼັງຈາກກິດຈະກຳຫຼິ້ນບຸນຫົດນ້ຳໄດ້ຢຸດເຊົາໄປເປັນເວລາ 2 ປີຍ້ອນສະພາບພະຍາດໂຄວິດ-19, ກໍ່ຈະເລີ່ມຈັດຂຶ້ນຄືນໃໝ່ໃນເດືອນເມສາໜ້ານີ້, ແຕ່ລັດຖະບານໄດ້ຮຽກຮ້ອງໃຫ້ມວນຊົນສືບຕໍ່ນຳໃຊ້ມາດຕະການປ້ອງກັນສຸຂະພາບໃຫ້ດີ. 

ຕາມການລາຍງານຂ່າວແຈ້ງວ່າ: ໂຄສົກລັດຖະບານໄທໄດ້ກ່າວໃນວັນທີ 8 ມີນານີ້ວ່າ, ທ່ານປະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີໄທໄດ້ອະນຸຍາດໃຫ້ຈັດກິດຈະກຳທີ່ກ່ຽວຂ້ອງແລະສາມາດທ່ອງທ່ຽວຂ້າມແຂວງໄດ້ໃນໄລຫຼິ້ນບຸນຫົດນ້ຳເຊິ່ງຈະເລີ່ມແຕ່ວັນທີ 13 ເມສາຫາວັນທີ 15 ເມສາໜ້ານີ້. ແຕ່ວ່າໃນໄລຍະຫຼິ້ນບຸນ, ມວນຊົນຕ້ອງເຄົາລົບແລະປະຕິບັດມາດຕະການປ້ອງກັນ “vuca”  ຕ້ອງສັກວັກຊີນ, ການປ້ອງກັນທົ່ວໄປ, ການສ້າງເຂດປອດສະພາບພະຍາດໂຄວິດ-19ແລະການກວດຫາເຊື້ອພະຍາດໂຄວິດ-19 ຢ່າງເຂັ້ມງວດ.