ເຮືອບິນ F-16 ລຳໜຶ່ງຂອງກອງທັບທາງອາກາດໄທຕົກໃນເວລາປະຕິບັດໜ້າທີ່ເຝິກຊ້ອມ

CRI, March 11, 2022
Size:

ເຮືອບິນ F-16 ລຳໜຶ່ງຂອງກອງທັບທາງອາກາດໄທຕົກໃນເວລາປະຕິບັດໜ້າທີ່ເຝິກຊ້ອມ_fororder_WechatIMG289

ຕາມຂ່າວ CRI: ສື່ມວນຊົນໄທລາຍງານໃນວັນທີ 8 ມີນານີ້ວ່າ: ເຮືອບິນ F-16 ລຳໜຶ່ງຂອງກອງທັບອາກາດໄທໄດ້ຕົກຢູ່ບໍລິເວນຮອຍຕໍ່ລະຫວ່າງແຂວງໄຊຍະພູມແລະແຂວງນະຄອນລາຊະສີມາທີ່ພາກຕາເວັນອອກສຽງເໜືອຂອງໄທ, ນັກບິນລອດຊີວິດຍ້ອນການດີດໂຕອອກຢ່າງສຳເລັດຜົນ.

ໂຄສົກກອງທັບອາກາດໄທກ່າວວ່າ, ເຫດການດັ່ງກ່າວໄດ້ເກີດໃນຕອນບ່າຍເວລາ 1 ໂມງ 40 ນາທີຕາມເວລາທ້ອງຖິ່ນ, ໃນເວລານັ້ນເຮືອບິນລຳດັ່ງກ່າວກຳລັງປະຕິບັດການຝຶກຊ້ອມຢູ່.