ກອງ​ປະ​ຊຸມ​ສອງ​ສະ​ພາ​ເປັນ​ເຫດ​ການ​​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ຂອງ ສ​ປ ຈີນ

CRI, March 10, 2022
Size:


ທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສປ ຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວໃນໂອກາດທີ່ກອງປະຊຸມຄັ້ງທີ 5 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 13 ແລະ ກອງປະຊຸມຄັ້ງທີ 5 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 13 ຫຼືເອີ້ນວ່າກອງປະຊຸມສອງສະພາທີ່ພວມດຳເນີນວຽກງານຢູ່ໃນປັດຈຸບັນນີ້ວ່າ:ຂ້າພະເຈົ້າໄດ້ມີໂອກາດເຂົ້າຮ່ວມ ແລະຕິດຕາມກອງປະຊຸມສອງສະພາແຫ່ງຊາດຈີນເປັນຄັ້ງທີ 3 ຕິດຕໍ່ກັນ ເຊິ່ງເປັນກອງປະຊຸມສອງສະພາແຫ່ງຊາດຈີນທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ, ເນື່ອງຈາກເປັນການເປີດກອງປະຊຸມສອງສະພາແຫ່ງຊາດພາຍຫຼັງການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບ ຮອບ 100 ປີໃນປີກາຍນີ້ ພ້ອມທັງເປັນການຄຳນັບຮັບຕ້ອນແລະກະກຽມຈັດກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນໃນທ້າຍປີ 2022 ນີ້. 

ທ່ານທູດລາວມີຄຳເຫັນຕື່ມວ່າ:ກອງປະຊຸມສອງສະພາແຫ່ງຊາດຂອງຈີນໃນປີນີ້ ເປັນການສະຫຼຸບການປະຕິບັດວຽກງານຕ່າງໆຂອງລັດຖະບານຈີນ ກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ແລະວິໄສທັດ 2035 ພ້ອມທັງເປັນໂອກາດອັນດີໃຫ້ແກ່ພວກເຮົາໃນການສຶກສາ ແລະຖອດຖອນບົດຮຽນດ້ານວຽກງານພັດທະນາເສດຖະກິດ-ສັງຄົມຂອງ ສປ ຈີນ ກໍ່ຄືການສ້າງສາພັດທະນາປະເທດຊາດຈີນ ໃຫ້ບັນລຸເປົ້າໝາຍສ້າງສັງຄົມນິຍົມຕາມສີສັນຈີນທີ່ທັນສະໄໝ, ເຂັ້ມແຂງ, ມີປະຊາທິປະ ໄຕ, ຄວາມສີວິໄລ, ປອງດອງ ແລະສວຍງາມ.

ໃນໂອກາດນີ້, ທ່ານທູດລາວປະຈຳປະເທດຈີນຍັງໄດ້ອວຍພອນໃຫ້ກອງປະຊຸມສອງສະ ພາແຫ່ງຊາດຂອງຈີນໃນປີນີ້ ຈົ່ງປະສົບຜົນສໍາເລັດຕາມຈຸດປະສົງແລະລະດັບຄາດໝາຍທີ່ວາງໄວ້ທຸກປະການ.