​ເປີດ​ນຳ​ໃຊ້​​ໂຮງ​ໝໍ​ແຂວງຕະ​ບອງ​ຄະ​ມຸມ​ທີ່​ຈີນໃຫ້​ການ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ

CRI, March 9, 2022
Size:

ເປີດນຳໃຊ້ໂຮງໝໍແຂວງຕະບອງຄະມຸມທີ່ຈີນໃຫ້ການຊ່ວຍເຫຼືອກຳປູເຈຍ_fororder_1

     ວັນທີ 7 ມີນານີ້, ໂຄງການໂຮງໝໍແຂວງຕະບອງຄະມຸມທີ່ຈີນໃຫ້ການຊ່ວຍເຫຼືອກຳປູເຈຍໄດ້ຈັດພິທີເປີດນຳໃຊ້ຢ່າງເປັນທາງການແລ້ວ, ທ່ານຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ແລະທ່ານວາງເວີນທ່ຽນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍໄດ້ເຂົ້າຮ່ວມພິທີດັ່ງກ່າວ.

     ໂຄງການໂຮງໝໍແຂວງຕະບອງຄະມຸມທີ່ຈີນໃຫ້ການຊ່ວຍເຫຼືອກຳປູເຈຍແມ່ນຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງທາງລົດໄຟຈີນ ເຊິ່ງຕັ້ງຢູ່ເຂດໃໝ່ຂອງແຂວງຕະບອງຄະມຸມ. ໂຄງການດັ່ງກ່າວແມ່ນເລີ່ມລົງມືກໍ່ສ້າງໃນວັນທີ 1 ມີນາປີ 2019, ມີເນື້ອທີ່ກໍ່ສ້າງທັງໝົດ 24.000 ຕາແມັດ. ໂຮງໝໍດັ່ງກ່າວແມ່ນໂຮງໝໍຂະໜາດ 300 ຕຽງ, ເປັນໂຮງໝໍສັງລວມທັນສະໄໝທີ່ມີຂະໜາດໃຫຍ່ທີ່ສຸດ ມີລະດັບການປິ່ນປົວສູງທີ່ສຸດຢູ່ແຂວງຕະບອງຄະມຸມ, ແລະຈະເປັນໂຮງໝໍໃຈກາງສຳຄັນທີ່ຮັບໃຊ້ພາກຕາເວັນອອກແລະພາກເໜືອຂອງກຳປູເຈຍ.

     ໃນພິທີເປີດນຳໃຊ້, ທ່ານຮຸນເຊນໄດ້ສະແດງຄວາມຂອບອົກຂອບໃຈນຳລັດຖະບານແລະປະຊາຊົນຈີນທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງໃຫຍ່ຫຼວງແກ່ການພັດທະນາວຽກງານສາທາລະນະສຸກຂອງກຳປູເຈຍ.

ເປີດນຳໃຊ້ໂຮງໝໍແຂວງຕະບອງຄະມຸມທີ່ຈີນໃຫ້ການຊ່ວຍເຫຼືອກຳປູເຈຍ_fororder_2

ເປີດນຳໃຊ້ໂຮງໝໍແຂວງຕະບອງຄະມຸມທີ່ຈີນໃຫ້ການຊ່ວຍເຫຼືອກຳປູເຈຍ_fororder_3