ທ່ານ​ທູດ​ລາວ​ປະ​ຈຳ​ຈີນ​ຕີ​ລາ​ຄາ​ສູງ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄົນ​ພິ​ການ​ປັກ​ກິ່ງ 2022

, March 9, 2022
Size:


ໃນໂອກາດທີ່ ສປ ຈີນ ເປັນເຈົ້າພາບຈັດງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ລະຫວ່າງວັນທີ 4 – 13 ມິນາ 2022 ນີ້, ທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສປ ຈີນໄດ້ຕີລາຄາສູງຕໍ່ການເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວຄົນພິການຢູ່ປັກກິ່ງໃນປີ 2022 ຂອງຈີນ, ເຊິ່ງເປັນເຫດການປະຫວັດສາດທີ່ສຳຄັນຂອງວົງການກິລາ ສປ ຈີນ. ທ່ານທູດລາວເຊື່ອໝັ້ນວ່າ:ງານກິລາຄັ້ງນີ້ຈະເປັນງານກິລາທີ່ມີຄວາມໝາຍພິເສດໃນການສົ່ງເສີມມິດຕະພາບ,ສັນຕິພາບແລະການຮ່ວມມືກໍ່ຄືນ້ຳໃຈກິລາໂອລິມປິກສາກົນ ພ້ອມທັງຈະເປັນໂອກາດອັນດີໃຫ້ແກ່ສາກົນ ແລະ ສປ ຈີນ ກໍ່ຄືທົ່ວໂລກໄດ້ມີການແລກປ່ຽນ ທາງດ້ານວັດທະນະທຳ ແລະບົດຮຽນການຈັດງານກໍ່ຄືການແຂ່ງຂັນກິລາໂອລິມປິກຄົນພິການລະດູໜາວ.

ໃນໂອກາດນີ້,ທ່ານທູດລາວຍັງໄດ້ສະແດງຄວາມຊົມເຊີຍຕໍ່ການຈັດງານກິລາດັ່ງກ່າວຂອງປະເທດຈີນ, ອວຍພອນໃຫ້ງານກິລາໂອລິມປິກຄົນພິການລະດູໜາວຄັ້ງນີ້ ຈົ່ງປະສົບຜົນສໍາເລັດ ແລະ ອວຍພອນໃຫ້ບັນດານັກກິລາຂອງປະເທດຈີນ ແລະ ປະເທດອື່ນໆ ຈົ່ງໄດ້ປະສົບຜົນສໍາເລັດຍາດໄດ້ຫຼຽນຄຳຫຼາຍໆ.