ສະຖານທູດລາວປະຈໍາປະເທດຈີນສະຫຼອງວັນແມ່ຍີງສາກົນຄົບຮອບ 112 ປີ

CRI, March 8, 2022
Size:

ສະຖານທູດລາວປະຈໍາປະເທດຈີນສະຫຼອງວັນແມ່ຍີງສາກົນຄົບຮອບ 112 ປີ_fororder_1

ສະຖານທູດລາວປະຈໍາປະເທດຈີນສະຫຼອງວັນແມ່ຍີງສາກົນຄົບຮອບ 112 ປີ_fororder_2

ສະຖານທູດລາວປະຈໍາປະເທດຈີນສະຫຼອງວັນແມ່ຍີງສາກົນຄົບຮອບ 112 ປີ_fororder_3

ຕອນເຊົ້າວັນທີ 07 ມິນາ 2022, ສະຖານເອກອັກຄະລັດຖະທູດລາວປະຈໍາປະເທດຈີນ ຢູ່ ນະຄອນຫຼວງປັກກິ່ງ ຈັດປາຖະກະຖາເນື່ອງໃນໂອກາດວັນແມ່ຍີງສາກົນວັນທີ 8 ມິນາຄົບຮອບ 112 ປີ, ວັນສາກົນແຫ່ງການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ ພ້ອມທັງມອບໃບຍ້ອງຍໍໃຫ້ພະນັກງານສະຖານທູດໃນໂອກາດວັນການທູດລາວວັນທີ 12 ຕຸລາຄົບຮອບ 75 ປີ,ພາຍໃຕ້ການເປັນປະທານຂອງທ່ານນາງຄໍາເພົາ ເອີນທະວັນ ເອກອັກ ຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສປ ຈີນ.

ມີສະມາຊິກພັກ,ພະນັກງານລັດຖະກອນພາຍໃນສະຖານທູດພ້ອມດ້ວຍຊ່ຽວຊານລາວ ປະຈໍາພະແນກພາ ສາລາວ ວິທະຍຸແລະໂທລະພາບສູນກາງຈີນເຂົ້າຮ່ວມ.

ໃນພິທີ,ທ່ານນາງຄໍາເພົາ ເອີນທະວັນໄດ້ປາຖະກະຖາຍົກໃຫ້ເຫັນມູນເຊື້ອປະຫວັດ ຄວາມເປັນມາຂອງວັນແມ່ຍິງສາກົນວັນທີ 8 ມີນາ ເຊິ່ງໄດ້ກໍາເນີດເກີດຂຶ້ນໃນທ່າມກາງ ສະພາບເສດຖະກິດຂອງພວກສັກດີນາ ແລະນາຍທຶນຂະຫຍາຍຕົວແຮງ, ມັນໄດ້ສ້າງຮັ່ງຄູນມີ ໃຫ້ແກ່ພວກເຂົາ ແຕ່ຊ້ຳພັດຍິ່ງເພີ່ມຄວາມທຸກຍາກລໍາບາກໃຫ້ແກ່ກໍາມະກອນ  ແລະ ຊາວ  ຜູ້ອອກແຮງງານໂດຍສະເພາະແມ່ນກໍາມະກອນທີ່ເປັນເພດຍິງໃນທົ່ວໂລກ.ພາຍໃຕ້ລະບອບສັກດີນາ,ນາຍທຶນ ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ,ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງ ແຮງງານຖືກ,ເຮັດວຽກບໍ່ມີການຮັບປະກັນຄວາມປອດໄພ, ບໍ່ມີລະບົບຮັກສາສຸຂະພາບຂອງ ແມ່ຍິງແລະເດັກນ້ອຍ,ແມ່ຍິງຖືກດູໝິ່ນປະໝາດ,ຖືກທຸບຕີທໍລະມານ, ຖືກຂົມຂືນທໍາສໍາເລົາ ແລະຖືກໄລ່ອອກຈາກວຽກໃນເວລາຖືພາ,ເວລາເກີດລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່ນ ປົວ. ຕໍ່ຫນ້າສະພາບການດັ່ງກ່າວ, ວັນທີ 8 ມິນາປີ 1908 ກໍາມະກອນເພດຍິງຫຼາຍກວ່າ10.000 ຄົນ ໄດ້ເດີນຂະບວນປະທ້ວງຢູ່ນະຄອນນິວຢອກຂອງ ສ.ອາເມລິກາ  ເພື່ອທວງໃຫ້ພວກນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດອອກສຽງໃນການເລືອກຕັ້ງ ແລະສະໝັກຮັບເລືອກຕັ້ງ. ປີ1910 ຂະບວນ ການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນໃນທະວິບເອີລົບ. ຍ້ອນແນວນັ້ນ,ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທໍາອິດຈຶ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ ປະ ເທດດານມາກ, ກອງປະຊຸມດັ່ງກ່າວໄດ້ຕົກລົງຮັບຮອງເອົາວັນທີ 8 ມີນາ ຂອງທຸກໆປີ ເປັນວັນແມ່ຍິງສາກົນເຊິ່ງເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງ ສາ ກົນໃນການຕໍ່ສູ້ເພື່ອປົດປ່ອຍຕົນເອງ, ທວງໃຫ້ມີສິດສະເໝີພາບແລະປະຊາທິປະໄຕຄືກັນ ກັບຜູ້ຊາຍ.

ໃນໂອກາດນີ້, ທ່ານນາງຄໍາເພົາ ເອີນທະວັນ ຍັງໄດ້ຍົກໃຫ້ເຫັນບັນດາອົງການຈັດຕັ້ງ ສາກົນ. ສົນທິສັນຍາ ແລະ ຖະແຫຼງການຕ່າງໆ ກ່ຽວກັບແມ່ຍິງຢູ່ໃນໂລກ ແລະ ລະດັບ ອາຊຽນ. ນະໂຍບາຍ ແລະ ບັນດາກົນໄກ ເພື່ອຄວາມກ້າວໜ້າຂອງແມ່ຍິງຢູ່ໃນ ສປປ ລາວ. ວຽກງານພົວພັນຮ່ວມມືກັບຕ່າງປະເທດຂອງສະຫະພັນແມ່ຍິງລາວ ພ້ອມທັງຄວາມໝາຍ ຄວາມສໍາຄັນຂອງວັນສາກົນແຫ່ງການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຕື່ມອີກ.

ຕອນທ້າຍພິທີຍັງໄດ້ມອບໃບຍ້ອງຍໍ ປະເພດ 1 ໃຫ້ພະນັກງານສະຖານທູດລາວປະຈໍາປະ ເທດຈີນ ຈຳນວນ 15 ທ່ານ ທີ່ມີຜົນງານດີເດັ່ນໃນໂອກາດວັນການທູດລາວວັນທີ 12 ຕຸລາຄົບຮອບ 75 ປີ ແລະ ຈັດກິດຈະກໍາແຂ່ງຂັນກິລາເປຕັງ ເພື່ອສ້າງບັນຍາກາດ ສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 8 ມິນາຄົບຮອບ 112 ປີອີກດ້ວຍ.