ຮອງ​ເລ​ຂາ​ທິ​ການ​ໃຫຍ່ກອງ​ເລ​ຂາ​ອາ​ຊຽນ: ການ​ບັງ​ເກີດ​ຜົນ​ບັງ​ຄັບ​ໃຊ້ຂອງ RCEP ຈະ​ເກີດ​ມີ​ຜົນ​ສະ​ທ້ອນ​ຢ່າ​ງ​ເລິກ​ເຊິ່ງ

CRI, March 7, 2022
Size:

ຮອງເລຂາທິການໃຫຍ່ກອງເລຂາອາຊຽນ: ການບັງເກີດຜົນບັງຄັບໃຊ້ຂອງRCEP ຈະເກີດມີຜົນສະທ້ອນຢ່າງເລິກເຊິ່ງ_fororder_微信图片_20220306103151

ຫວ່າງກ່ອນນີ້ບໍ່ດົນ, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານຊັດວິນເດີ ຊິງ ຮອງເລຂາທິການໃຫຍ່ທີ່ຮັບຜິດຊອບຂົງເຂດເສດຖະກິດຂອງກອງເລຂາອາຊຽນໄດ້ກ່າວວ່າ, ການບັງເກີດຜົນບັງຄັບໃຊ້ຂອງ “ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP ຈະເກີດມີຜົນສະທ້ອນຢ່າງເລິກເຊິ່ງ, ເຊິ່ງມີຜົນດີຕໍ່ການຕ້ານລັດທິປົກປ້ອງດ້ານການຄ້າ, ແລະ ຍົກສູງຄວາມໝັ້ນໃຈຕໍ່ການຟື້ນຕົວຂອງເສດຖະກິດຂອງໂລກ.

ທ່ານ ຊັດວິນເດີ ຊິງກ່າວວ່າ, ສັນຍາ RCEP ແມ່ນໜຶ່ງໃນສັນຍາວ່າດ້ວຍເຂດການຄ້າເສລີທີ່ມີລັກສະນະຮອບດ້ານ, ທັນສະໄໝ ມີຄຸນນະພາບສູງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຫຼາຍທີ່ສຸດໃນໂລກ. ປະເທດພາຄີໃນ ສັນຍາ RCEPຮ່ວມກັນຊຸກຍູ້ໃຫ້ສັນຍາດັ່ງກ່າວເກີດມີຜົນບັງຄັບໃຊ້ຕາມເວລາກຳນົດ, ເຊິ່ງໄດ້ສົ່ງສັນຍານທີ່ແຮງກ້າທີ່ຄັດຄ້ານລັດທິຝ່າຍດຽວ ແລະ ລັດທິປົກປ້ອງການຄ້າ, ສະໜັບສະໜູນການຄ້າເສລີ ແລະ ຮັກສາໂຄງປະກອບການຄ້າຫຼາຍຝ່າຍ.

ທ່ານກ່າວຕື່ມວ່າ, ບັນດາປະເທດອາຊຽນລ້ວນແຕ່ມີການພົວພັນສອງຝ່າຍທີ່ດີກັບປະເທດຈີນ. ປັດຈຸບັນນີ້ ເມື່ອມີການຊ່ວຍຊຸກຍູ້ຂອງສັນຍາ RCEP, ການຮ່ວມມືລະຫວ່າງສອງຝ່າຍຈະມີອະນາຄົດທີ່ດີງາມກວ່າເກົ່າ. ໃນການຮ່ວມມືໃນຂົງເຂດໃໝ່ຕ່າງໆ, ເຊັ່ນ: ເສດຖະກິດດີຈີຕອນ, ການເຊື່ອມໂຍງເຊື່ອມຈອດກັນ, ຈົນຮອດການພັດທະນາແບບຍືນຍົງ ແລະ ເສດຖະກິດສີຂຽວນັ້ນ, ສອງຝ່າຍຈະເພີ່ມທະວີການປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກັນ, ນີ້ກໍແມ່ນພາກສ່ວນໜຶ່ງຂອງກຳລັງບົ່ມຊ້ອນດ້ານການຮ່ວມມືໃນອະນາຄົດ. ຫວັງວ່າ ຈີນແລະ ອາຊຽນຈະບັນລຸສັນຍາທີ່ມີລັກສະນະຮອບດ້ານກວ່າເກົ່າ ມີບົດບາດຫຼາຍກວ່າເກົ່າ ແລະ ມີລັກສະນະກວມລວມກວ່າເກົ່າໃນອະນາຄົດ. ນີ້ຈະເຮັດໃຫ້ຈີນ ແລະອາຊຽນຕິດພັນກັນຢ່າງແໜ້ນແຟ້ນກວ່າເກົ່າ, ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຝ່າຍ.