ກອງ​ປະ​ຊຸມ​ສອງ​ສະ​ພາ ເປັນ​ປ່ອງ​ຢ້ຽມ​ສຳ​ລັບໂລກ​ສັງ​ເກດ​ເບິ່ງ​ການ​ພັດ​ທະ​ນາ​ຄວາມ​ກ້າວ​ໜ້າ​ ແລະ​ຮຽນ​ຮູ້​ສະ​ຕິ​ບັນ​ຍາ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຈີນ

CRI, March 7, 2022
Size:

ກອງປະຊຸມສອງສະພາ ເປັນປ່ອງຢ້ຽມສຳລັບໂລກສັງເກດເບິ່ງການພັດທະນາຄວາມກ້າວໜ້າ ແລະຮຽນຮູ້ສະຕິບັນຍາແຫ່ງການພັດທະນາຂອງຈີນ_fororder_648c82b15a4f4b0491025cc97ec39d9b

ວັນທີ 5 ມີນານີ້, ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນຄັ້ງທີ 5 ຊຸດທີ 13 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ ໂດຍມີທູຕານຸທູດຕ່າງປະເທດປະຈຳຈີນ, ເຈົ້າໜ້າທີ່ອົງການ ສປຊ ປະຈຳຈີນ, ເຈົ້າທີ່ທີ່ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການຈັດຕັ້ງສາກົນ ແລະອື່ນໆໄດ້ນັ່ງຟັງຕາມຄຳເຊີນ.

ທ່ານຟາຣິສ ເມດາວີ ເອກອັກຄະລັດຖະທູດປາເລສຕິນ ປະຈຳຈີນກ່າວວ່າ: “ໃນຫຼາຍປີມໍ່ໆມານີ້, ຈີນໄດ້ສະແດງໃຫ້ເຫັນລັກສະນະຍືນຍົງແລະຄວາມໝັ້ນໃຈທີ່ພຽງພໍໃນຫຼາຍຂົງເຂດ, ຕົວເລກຫຼາຍໂຕໃນບົດລາຍງານຂອງລັດຖະບານຈີນໄດ້ສ່ອງແສງໃຫ້ເຫັນເຖິງເປົ້າໝາຍທີ່ຕ້ອງບັນລຸໃນໄລຍະສັ້ນ ແລະບ່ອນທີ່ຕ້ອງປັບປຸງໃນຕໍ່ໜ້າຢ່າງແທ້ຈິງແລະພາວະວິໄສ. ຂ້າພະເຈົ້າເຊື່ອໝັ້ນວ່າ, ລັດຖະບານຈີນພວມເດີນຕາມເສັ້ນທາງທີ່ຖືກຕ້ອງທີ່ສຸດ.”

ບົດລາຍງານວຽກງານລັດຖະບານຈີນໄດ້ກຳນົດເປົ້າໝາຍການພັດທະນາຕົ້ນຕໍໃນປີນີ້ ເປັນຕົ້ນມີ ລວມຍອດຜະລິດຕະພັນພາຍໃນປະເທດ ຫຼືGDP ຈະເພີ່ມຂຶ້ນປະມານ 5,5%, ການປະກອບອາຊີບໃນຕົວເມືອງຈະເພີ່ມຂຶ້ນຫຼາຍກວ່າ 11 ລ້ານຄົນແລະອື່ນໆ. ຕໍ່ກັບເລື່ອງນີ້, ທ່ານຊິດຣາສ ຊາເຕີຈີ ຜູ້ປະສານງານລະບົບອົງການ ສປຊ ປະຈຳຈີນກ່າວວ່າ: “ບົດລາຍງານໄດ້ສະແດງໃຫ້ເຫັນເຖິງນະໂຍບາຍສາທາລະນະທີ່ເຂັ້ມແຂງຂອງຈີນ, ໃນຂະນະທີ່ຕ້ານກັບພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ຈີນຍັງໄດ້ຮັບປະກັນການພັດທະນາຂອງເສດຖະກິດສັງຄົມມີທ່າອ່ຽງທີ່ດີສົມຄວນ.”

ປີ 2021, ຈີນໄດ້ປະກາດຢ່າງເຄັ່ງຂືມຕໍ່ທົ່ວໂລກວ່າ: ບັ້ນລຶບລ້າງຄວາມທຸກຍາກຂອງຈີນໄດ້ຮັບໄຊຊະນະຢ່າງຮອບດ້ານ ແລະຈະເລີ່ມຫັນໄປສູ່ການຊຸກຍູ້ການສ້າງຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ. ທ່ານມັດແຕວ ມາຊິຊິວ ຜູ້ຕາງໜ້າກອງທຶນພັດທະນາກະສິກຳສາກົນກ່າວວ່າ: ຫວັງວ່າຈີນຈະໄດ້ຮັບຜົນງານຫຼາຍກວ່າເກົ່າໃນວຽກງານສ້າງຊົນນະບົດໃຫ້ຈະເລີນ.