ອົງການອະນາໄມໂລກຢືນຢັນວ່າ ປະຊາກອນທົ່ວໂລກ 56% ໄດ້ສັກວັກຊີນຄົບເຂັມແລ້ວ

CRI, March 4, 2022
Size:

ອົງການອະນາໄມໂລກຢືນຢັນວ່າ ປະຊາກອນທົ່ວໂລກ56%ໄດ້ສັກວັກຊີນ ຄົບເຂັມແລ້ວ_fororder_疫苗接种 

ວັນທີ 2 ມີນານີ້, ທ່ານເຕໂດຣສ ຜູ້ອຳນວຍການໃຫຍ່ອົງການອະນາໄມ ໂລກກ່າວຢືນຢັນວ່າ: ຈຳນວນຄົນເສຍຊີວິດຈາກພະຍາດໂຄວິດ-19ທີ່ເພີ່ມໃໝ່ຕໍ່ມື້ຢູ່ພາກພື້ນສ່ວນໃຫຍ່ລ້ວນແຕ່ໄດ້ຫຼຸດລົງ, ບາງປະເທດສາມາດຜ່ອນຄາຍມາດຕະ ການຈຳກັດໄດ້ແລ້ວ, ລະບົບສາທາລະນະສຸກກໍບໍ່ໄດ້ມີພາລະໜັກເກີນກວ່າປະສິດທິພາບ ຂອງການປະຕິບັດງານ,ແຕ່ອັດຕາການນອນປິ່ນປົວຢູ່ໂຮງໝໍແລະອັດຕາການຕາຍຢູ່ຫຼາຍປະເທດຍັງຢູ່ໃນລະດັບສູງຫຼາຍ. ປະຈຸບັນມີປະຊາກອນທົ່ວໂລກ56%ໄດ້ສັກວັກຊີນໂຄວິດ-19ຄົບເຂັມແລ້ວ, ແຕ່ຢູ່ປະເທດ ທີ່ມີລາຍຮັບຕ່ຳ, ມີພຽງແຕ່ 9% ເທົ່ານັ້ນ.

ອົງການອະນາໄມໂລກໄດ້ເລັ່ງທວງໃຫ້ບັນດາປະເທດຈົ່ງລະມັດລະວັງ, ທຸກໆປະເທດລ້ວນແຕ່ບັນລຸເປົ້າໝາຍ ອັດຕາການສັກວັກຊີນໂຄວິດ-19ໃຫ້ໄດ້ໃນລະດັບສູງເປັນວິທີແບບຍືນຍົງພຽງວິທີດຽວທີ່ຈະເຮັດໃຫ້ການແຜ່ລະບາດ ຂອງພະຍາດໂຄວິດ-19 ຂະໜາດໃຫຍ່ໝົດໄປ.