3 ເດືອນ​ມາ​ນີ້​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານໄດ້ 1 ລ້ານ 7 ແສນກວ່າເທື່ອ​ຄົນ ແລະ​ຂົນ​ສົ່ງ​ສິນ​ຄ້າ 1ລ້ານ 1 ແສນ​ໂຕນ

CRI, March 4, 2022
Size:

3 ເດືອນມານີ້ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານໄດ້ 1 ລ້ານ 7 ແສນກວ່າເທື່ອຄົນ ແລະຂົນສົ່ງສິນຄ້າ 1ລ້ານ 1 ແສນໂຕນ_fororder_0df3d7ca7bcb0a4627ccff9f5ef40e2d6960afcf

ວັນທີ 3 ມີນານີ້, ເສັ້ນທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ພໍດີຄົບ 3 ເດືອນ, ຕະຫຼອດໄລຍະດັ່ງກ່າວ ໄດ້ມີລົດໄຟຂົນສົ່ງສິນຄ້າທັງໝົດ 1500 ຂະບວນ, ໂດຍໄດ້ຂົນສົ່ງສິນຄ້າໄດ້ 1,1 ລ້ານໂຕນ, ໃນນັ້ນ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນລະຫວ່າງຈີນ-ລາວມີ 350 ກວ່າຂະບວນ, ໂດຍຂົນສົ່ງສິນຄ້າໄດ້ທັງໝົດຫຼາຍກວ່າ 250.000ໂຕນ, ຕົ້ນທຶນທີ່ຂົນສົ່ງສິນຄ້າຈາກນະຄອນຫຼວງວຽງຈັນຫານະຄອນຄຸນໝິງຈີນໄດ້ຫຼຸດລົງ 40% - 50%. ໃນຂະນະດຽວກັນ, ຕົ້ນທຶນທີ່ຂົນສົ່ງສິນຄ້າພາຍໃນປະເທດລາວກໍ່ໄດ້ຫຼຸດລົງ 20% - 40%.

3 ເດືອນມານີ້ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານໄດ້ 1 ລ້ານ 7 ແສນກວ່າເທື່ອຄົນ ແລະຂົນສົ່ງສິນຄ້າ 1ລ້ານ 1 ແສນໂຕນ_fororder_32fa828ba61ea8d3cd741a7fb89dc847241f5893

ນອກນີ້, ຢູ່ຕາມເສັ້ນທາງລົດໄຟຈີນ-ລາວຍັງໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດ 1,7 ລ້ານກວ່າເທື່ອຄົນ, ໃນນັ້ນ, ການຂົນສົ່ງຜູ້ໂດຍສານຢູ່ພາຍໃນປະເທດຈີນມີເຖິງ 1,55 ລ້ານເທື່ອຄົນ; ຢູ່ຕອນທາງປະເທດລາວໄດ້ຂົນສົ່ງຜູ້ໂດຍສານເພີ່ມຂຶ້ນຢ່າງໝັ້ນທ່ຽງ, ລວມທັງໝົດໄດ້ຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 150.000 ເທື່ອຄົນ, ໃນມື້ທີ່ມີຜູ້ໂດຍສານຫຼາຍທີ່ສຸດ ໄດ້ຂົນສົ່ງຜູ້ໂດຍສານໄດ້ 2800 ກວ່າ ຄົນ.