ຈີນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ​ເປັນ​ເວ​ລາ 13 ປີ​ລຽນ​ຕິດ

CRI, March 3, 2022
Size:

ຈີນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນເປັນເວລາ 13 ປີລຽນຕິດ_fororder_0301

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນໃນວັນທີ 1 ມີນານີ້, ເຈົ້າໜ້າທີ່ກະຊວງການຄ້າຈີນໃຫ້ຮູ້ວ່າ, ເລີ່ມແຕ່ປີ 2009 ເປັນຕົ້ນມາ, ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນເປັນເວລາ 13 ປີລຽນຕິດ.

ຕາມຂ່າວແຈ້ງວ່າ, ປີ 2021, ຍອດມູນຄ່າການຄ້າຈີນ-ອາຊຽນໄດ້ສ້າງສະຖິຕິສູງສຸດອີກຄັ້ງໃໝ່, ເຊິ່ງມີເຖິງ 878,2 ຕື້ໂດລາສະຫະລັດ, ກວມເອົາ 14,5%ຂອງຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນ. ອາຊຽນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນເປັນເວລາ 2 ປີລຽນຕິດ, ໂຄງປະກອບການຄ້າໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງມີການພົວພັນກັນທີ່ໃກ້ຊິດກວ່າເກົ່າ. ນັບມາຮອດທ້າຍປີ 2021, ຍອດມູນຄ່າການລົງທຶນລະຫວ່າງຈີນ ແລະອາຊຽນມີປະມານ 300 ຕື້ໂດລາສະຫະລັດ.

ທ່ານເຊີ້ງຊິ່ວຜິງ ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າຈີນກ່າວວ່າ, ຈີນຈະລົງເລິກການຮ່ວມມືດ້ານການຄ້າ ແລະ ການລົງທຶນກັບອາຊຽນຕື່ມອີກ. ໃນ 5 ປີຂ້າງໜ້າ, ຈະພະຍາຍາມນຳເຂົ້າຜະລິດຕະພັນກະສິກຳທີ່ມີມູນຄ່າ 150 ຕື້ໂດລາຈາກອາຊຽນ. ຈຸດສຸມໃນການຮ່ວມມືດ້ານການລົງທຶນ, ແມ່ນເປີດກວ້າງການຮ່ວມມືໃນຂົງເຂດໃໝ່, ເຊັ່ນ: ການຕ້ານກັບພະຍາດໂຄວິດ-19, ເສດຖະກິດດີຈີຕອນ, ສີຂຽວກາກບອນຕ່ຳ ແລະອື່ນໆ, ເຜີຍແຜ່ຮູບແບບການຮ່ວມມືທີ່ສຳເລັດຜົນແລ້ວ, ຮ່ວມກັນສ້າງເຂດນິຄົມພັດທະນາເສດຖະກິດການຄ້າແບບປະດິດສ້າງໃໝ່. ຊຸກຍູ້ການສ້າງແລວທາງໃໝ່ທາງບົກ-ທາງທະເລຢ່າງຕໍ່ເນື່ອງ, ເສີມຂະຫຍາຍບົດບາດທີ່ມີລັກສະນະຄ້ຳປະກັນໃຫ້ກັບການເຊື່ອມໂຍງເຊື່ອມຈອດ, ການຮ່ວມມືດ້ານເສດຖະກິດການຄ້າ, ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ.