ພາກກາງຂອງຫວຽດນາມເກີດອຸບັດເຫດເຮືອຫຼົ້ມ ເຮັດໃຫ້ 13 ຄົນເສຍຊີວິດ

CRI, March 2, 2022
Size:

ວັນທີ 26 ກຸມພານີ້, ຢູ່ນະຄອນໂຮຍອ່ານ ແຂວງກວາງນາມ ທາງພາກກາງຂອງຫວຽດນາມ ໄດ້ເກີດອຸບັດເຫດເຮືອນຳທ່ຽວລຳໜຶ່ງຫຼົ້ມ ເຊິ່ງໄດ້ເຮັດໃຫ້ 13 ຄົນເສຍຊີວິດ ແລະ 4 ຄົນຫາຍສາບສູນ.

ຕາມຂ່າວແຈ້ງວ່າ: ເຮືອນຳທ່ຽວທີ່ເກີດອຸບັດເຫດດັ່ງກ່າວໄດ້ບັນທຸກ 39 ຄົນ ເຊິ່ງລວມທັງນັກທ່ອງທ່ຽວ 36 ຄົນ ແລະລູກເຮືອ 3 ຄົນ. ເຮືອລຳນີ້ໄດ້ປະສົບກັບອາກາດຮ້າຍແຮງເນື່ອງຈາກລົມພັດແຮງ ແລະຄື້ນທະເລສູງ ໃນເວລາເດີນທາງກັບຈາກແຫຼ່ງທ່ອງທ່ຽວ ເພື່ອຄືນເມືອນະຄອນໂຮຍອ່ານ. ປັດຈຸບັນ, ພາກສ່ວນທີ່ກ່ຽວຂ້ອງກຳລັງປະຕິບັດວຽກງານຊອກຄົ້ນຫາຜູ້ທີ່ຫາຍສາບສູນ ແລະສືບສວນຫາສາເຫດທີ່ພາໃຫ້ເກີດອຸບັດເຫດຄັ້ງນີ້.