ອົງ​ການ​ ສ​ປ​ຊ ກ່າວ​ວ່າ: ຕ້ອງ​ບັນ​ລຸ​ເປົ້າ​ໝາຍ​ຈຳ​ກັດ​ອຸນ​ຫະ​ພູມ​ອຸ່ນ​ຂຶ້ນ​ໃນ​ທົ່ວ​ໂລກ

CRI, March 2, 2022
Size:

ອົງການ ສປຊ ກ່າວວ່າ: ຕ້ອງບັນລຸເປົ້າໝາຍຈຳກັດອຸນຫະພູມອຸ່ນຂຶ້ນໃນທົ່ວໂລກ_fororder_微信图片_20220301145047

ໂດຍຜ່ານກອງປະຊຸມອອນລາຍທີ່ດຳເນີນໄປເປັນເວລາສອງອາທິດ, ວັນທີ 27 ກຸມພາປີ 2022 ນີ້, ຄະນະກຳມາທິການລະຫວ່າງປະເທດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງອົງການ ສປຊ ໄດ້ເຫັນດີກັບເນື້ອໃນຕົ້ນຕໍຂອງຜູ້ອອກນະໂຍບາຍໃນບົດລາຍງານຂອງໜ່ວຍງານທີສອງຂອງຄະນະກຳມາທິການດັ່ງກ່າວທີ່ມີຫົວຂໍ້ວ່າ: “ການປ່ຽນແປງຂອງດິນຟ້າອາກາດ 2022: ຜົນກະທົບ, ການສອດຄ່ອງແລະຄວາມບອບບາງ”. ບົດລາຍງານສະບັບນີ້ສະແດງໃຫ້ເຫັນວ່າ: ໃນ 20 ປີຕໍ່ໜ້າ, ທົ່ວໂລກຈະປະເຊີນກັບໄພອັນຕະລາຍຈາກການປ່ຽນແປງຂອງດິນຟ້າອາກາດຫຼາຍຢ່າງທີ່ບໍ່ສາມາດຫຼີກລ່ຽງໄດ້.

ວັນທີ 28 ກຸມພາແລ້ວນີ້, ທ່ານກູເຕີເຣັສ ເລຂາທິການໃຫຍ່ອົງການ ສປຊ ໄດ້ກ່າວວ່າ: ມົນລະພິດຈາກກາກບອນທີ່ບໍ່ມີການຄວບຄຸມນັ້ນພວມເປັນໄພຂົ່ມຂູ່ຕໍ່ທົ່ວໂລກ, ສະນັ້ນ, ຕ້ອງບັນລຸເປົ້າໝາຍການຄວບຄຸມອຸນຫະພູມອຸ່ນຂຶ້ນໃນທົ່ວໂລກໃຫ້ຢູ່ໃນລະດັບ 1,5 ອົງສາ. ທ່ານຍັງໄດ້ຮຽກຮ້ອງໃຫ້ປະເທດທີ່ພັດທະນາແລ້ວ, ທະນາຄານການພັດທະນາຫຼາຍຝ່າຍ ແລະອົງການອື່ນໆຮ່ວມມືກັນ ເພື່ອຊ່ວຍເຫຼືອກຸ່ມເສດຖະກິດຕົ້ນຕໍທີ່ຈະເລີນໃໝ່ໃຫ້ສາມາດຢຸດຕິການນຳໃຊ້ຖ່ານຫີນ. ທ່ານຍັງກ່າວເນັ້ນໜັກວ່າ: ຄຽງຄູ່ກັບ ຜົນກະທົບຈາກດິນຟ້າອາກາດທີ່ຊຸດໂຊມລົງ, ການເປີດກວ້າງການລົງທຶນມີຄວາມສຳຄັນຫຼາຍຕໍ່ການຢູ່ລອດ.