ກະຊວງແຮງງານໄທກ່າວວ່າ: ກຽມຊ່ວຍແຮງງານໄທທີ່ຢູ່ອູແກຼນຖອນຕົວອອກໃນທຸກເວລາ

CRI, March 1, 2022
Size:

ກະຊວງແຮງງານໄທກ່າວວ່າ:ກຽມຊ່ວຍແຮງງານໄທທີ່ຢູ່ອູແກຼນຖອນຕົວອອກໃນທຸກເວລາ_fororder_741a6801d9984d3681acd5db1d6f7ace 

   ວັນທີ 25 ກຸມພານີ້, ກະຊວງແຮງງານໄທກ່າວວ່າ, ເນື່ອງຈາກສະຖານະການທີ່ເຄັ່ງຕຶງລະຫວ່າງຣັດເຊຍ ກັບ ອູແກຼນໃນຕໍ່ຫນ້ານີ້, ກະຊວງແຮງງານໄທໄດ້ຢຸດຕິການອອກໃບອະນຸຍາດຄົນໄທໄປເຮັດວຽກຢູ່ອູແກຼນເປັນການຊົ່ວຄາວແລ້ວ. ປັດຈຸບັນ, ຢູ່ອູແກຼນມແຮງງານໄທ 139 ຄົນ. ກະຊວງແຮງງານໄດ້ປະສານງານກັບສະຖານທູດໄທປະຈຳໂປໂລຍ ເພື່ອຊ່ວຍແຮງງານໄທທີ່ຢູ່ອູແກຼນຖອນຕົວອອກໃນທຸກເວລາ.