ແຂວງ​ຢຸນ​ນານ​ຈີນ​ເລັ່ງ​ຊຸກ​ຍູ້​ການ​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ-ໄທ

CRI, February 28, 2022
Size:

ເພື່ອເລັ່ງຊຸກຍູ້ການສ້າງສູນເຊື່ອມຕໍ່ທາງລົດໄຟອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ຂອງຈີນ, ຫວ່າງມໍ່ໆມານີ້, ແຂວງຢຸນນານປະເທດຈີນໄດ້ເຜີຍແຜ່ “ແຜນດຳເນີນງານ”, ເປົ້າໝາຍຕົ້ນຕໍຂອງແຜນດັ່ງກ່າວທີ່ໃຊ້ເວລາ 3 ປີ ຄືແຕ່ປີ 2022-2024, ໃຫ້ສາມາດສ້າງເສັ້ນທາງ, ສະຖານີ, ດ່ານເຂົ້າອອກເມືອງ, ອາຄານກວດກາແລະຜ່ານດ່ານຕ່າງໆ ທີ່ລຽບຕາມທາງລົດໄຟລາວຈີນ. ໃນປີ 2024, ທາງລົດໄຟລາວ-ຈີນຈະຕ້ອງຂົນສົ່ງຜູ້ໂດຍສານໃຫ້ໄດ້ຫຼາຍກວ່າ 9 ລ້ານເທື່ອຄົນຕໍ່ປີ ແລະ ການຂົນສົ່ງສິນຄ້າເຂົ້າອອກເມືອງໃຫ້ໄດ້ຫຼາຍກວ່າ 3,4 ລ້ານໂຕນ.

“ແຜນດຳເນີນງານ” ລະບຸຕື່ມວ່າ: ຈາກການວາງແຜນລະດັບປະເທດຕ້ອງພະຍາຍາມໃຫ້ທາງລົດໄຟລາວ-ຈີນເຊື່ອມຕໍ່ກັບທາງລົດໄຟຂອງປະເທດໄທ, ເລັ່ງສ້າງສະຖານີປ່ຽນລົດໄຟໃຊ້ລາງມາດຕະຖານຢູ່ນະຄອນຫຼວງວຽງຈັນ, ເລັ່ງເລີ່ມກໍ່ສ້າງເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງທ່ານາແລ້ງນະຄອນຫຼວງວຽງຈັນກັບແຂວງໜອງຄາຍຂອງປະເທດໄທ; ປະສານສົມທົບການຊຸກຍູ້ການສ້າງທາງລົດໄຟຈີນ-ລາວ-ໄທ ເພື່ອເຮັດໃຫ້ເປີດເສັ້ນທາງລົດໄຟສາຍນີ້ທະລຸໂລ່ງໂດຍໄວ.