ຄະ​ນະ​ກຳ​ມະ​ການ​​ການຮ່ວມ​ມື​ລາວ-ຈີນ​ຈັດ​ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ປະ​ຈຳ​ປີ 2021

CRI, February 25, 2022
Size:

ຂປລ ລາຍງານວ່າ: ຫວ່າງມໍ່ໆມານີ້, ຄະນະກຳມະການການຮ່ວມມືລາວ-ຈີນໄດ້ຈັດກອງປະຊຸມໂດຍຜ່ານຮູບແບບວິດິໂອ ໂດຍໄດ້ສະຫຼຸບຜົນການຮ່ວມມືດ້ານເສດຖະກິດການຄ້າແລະເຕັກນິກລະຫວ່າງລາວແລະຈີນປະຈຳປີ 2021.

ທ່ານໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະການການຮ່ວມມືລາວ-ຈີນໄດ້ລາຍງານຕໍ່ກອງປະຊຸມໂດຍກ່າວວ່າ: ປັດຈຸບັນ, ຈີນແມ່ນຄູ່ການຄ້າໃຫຍ່ອັນດັບ 2 ຂອງປະເທດລາວ. ປີ 2021, ຍອດມູນຄ່າການຄ້າລະຫວ່າງສອງຝ່າຍໄດ້ບັນລຸເຖິງ 4,35 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 21,4% ເມື່ອທຽບໃສ່ປີ 2020. ໃນນັ້ນ, ລາວໄດ້ນຳເຂົ້າ 1,67 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 11,9%, ສົ່ງອອກ 2,68 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 28,2%. ຈີນໄດ້ກາຍເປັນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງປະເທດລາວ.

ນອກນີ້, ຈີນຍັງຄົງແມ່ນແຫຼ່ງທຶນໃຫຍ່ທີ່ສຸດຂອງປະເທດລາວ. ນັບແຕ່ປີ 1989 ຫາປີ 2021, ວິສາຫະກິດຈີນໄດ້ລົງທຶນ 821 ໂຄງການຢູ່ປະເທດລາວ, ໃນນັ້ນ, ໃນປີ 2021ໄດ້ມີ20 ໂຄງການໄດ້ລົງທຶນຫຼາຍກວ່າ 1 ຕື້ໂດລາສະຫະລັດ ເຊິ່ງໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ແລະ ຊຸກຍູ້ການປະກອບອາຊີບຂອງປະຊາຊົນທ້ອງຖິ່ນ.