ຈີນ-ລາວ-ມຽນມາ-ໄທໄດ້ປະຕິບັດກົດໝາຍ ແລະລາດຕາເວນຮ່ວມຢູ່ເຂດລ້ອງແມ່ນ້ຳຂອງຄັ້ງທີ 114

CRI, February 24, 2022
Size:

ວັນທີ 22 ກຸມພານີ້, ການປະຕິບັດກົດໝາຍ ແລະລາດຕາເວນຮ່ວມຢູ່ເຂດລ້ອງແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 114 ໄດ້ຈັດຂຶ້ນຢ່າງເປັນທາງການ. ໃນການລາດຕາເວນຄັ້ງນີ້, ຈີນ, ລາວ, ມຽນມາ ແລະໄທ ໄດ້ນຳໃຊ້ເຮືອປະຕິບັດກົດໝາຍ 5 ລຳ, ຮ່ວມກັນດຳເນີນການປະຕິບັດກົດໝາຍ ແລະລາດຕາເວນຢູ່ຕາມລ້ອງແມ່ນ້ຳຂອງ ແລະເຂດນ້ຳທີ່ສຳຄັນ, ຄາດວ່າຈະໃຊ້ເວລາ 4 ວັນ 3 ຄືນ ແລະມີໄລຍະທາງການເດີນເຮືອເຖິງ 600 ກວ່າກິໂລແມັດ.

ໃນປີ 2021, ພາກສ່ວນປະຕິບັດກົດໝາຍຂອງຈີນ, ລາວ, ມຽນມາ ແລະໄທ ໄດ້ຮ່ວມກັນປະຕິບັດການເຄື່ອນໄຫວຮ້ອຍວັນເພື່ອ “ປາບປາມຢາເສບຕິດ” ແລະການເຄື່ອນໄຫວທັບມ້າງຄະດີຂ້າມຊາຍແດນຢູ່ລ້ອງແມ່ນ້ຳຂອງ ໂດຍໄດ້ມ້າງຄະດີປະເພດຕ່າງໆຢູ່ເຂດຊາຍແດນຕາມລ້ອງແມ່ນ້ຳຂອງຈຳນວນ 8.325 ຄະດີ, ຈັບ ຜູ້ຕ້ອງຫາໃນຄະດີຕ່າງໆໄດ້ 8.043 ຄົນ, ຍຶດຢາເສບຕິດໄດ້ 34,43 ໂຕນ ແລະປືນ 11 ກະບອກ ເຊິ່ງໄດ້ເປັນການນາບຂູ່ ແລະສະກັດກັ້ນການເຄື່ອນໄຫວຜິດກົດໝາຍ ແລະການກໍ່ຄະດີປະເພດຕ່າງໆຢູ່ຕາມເຂດລ້ອງແມ່ນ້ຳຂອງ.