ລົດໄຟທຳມະດາຂະບວນທຳອິດຂອງທາງລົດໄຟລາວ-ຈີນຕອນຢູ່ປະເທດລາວ ໄດ້ມາຮອດນະຄອນຫຼວງວຽງຈັນແລ້ວ

CRI, February 24, 2022
Size:

ເວລາ 17 ໂມງ 5 ນາທີຂອງວັນທີ 22 ກຸມພານີ້ຕາມເວລາທ້ອງຖິ້ນ, ລົດໄຟໂດຍສານທຳມະດາຂະບວນທຳອິດຂອງທາງລົດໄຟລາວ-ຈີນຕອນຢູ່ປະເທດລາວ ໄດ້ແລ່ນມາຮອດນະຄອນຫຼວງວຽງຈັນແລ້ວ.

ຕາມພາກສ່ວນທີ່ກ່ຽວຂ້ອງຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດແຈ້ງໃຫ້ຮູ້ວ່າ: ຂະບວນລົດໄຟທີ່ແລ່ນມາຮອດນະຄອນຫຼວງວຽງຈັນໃນຄັ້ງນີ້ ເປັນຂະບວນລົດໄຟໂດຍສານຕິດແອເຢັນລຸ້ນ 25G, ມີຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ, ລວມມີຕູ້ລົດໄຟ 15 ຕູ້, ສາມາດບັນຈຸຜູ້ໂດຍສານໄດ້ 1.664 ຄົນ.

ປັດຈຸບັນ, ບໍລິສັດທາງລົດໄຟລາວ-ຈີນຈຳກັດກຳລັງກະກຽມວຽກງານເປີດ ນຳໃຊ້ລົດໄຟທຳມະດາຂະບວນນີ້ ໂດຍໃຫ້ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການທີ່ຕ່າງກັນຂອງຜູ້ໂດຍສານທັງຫຼາຍ, ສ່ວນເວລາເປີດການນຳໃຊ້ ແລະຈຳນວນຕູ້ລົດໄຟທີ່ນຳໃຊ້ ຈະເປີດເຜີຍຕາມຫຼັງ.