ຍັງອີກ 50 ວັນຈະເຖິງເວລາຈັດງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ 2

CRI, February 23, 2022
Size:

ແຕ່ວັນທີ 12 ຫາວັນທີ 16 ເມສາໜ້ານີ້, ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ 2 ຈະຈັດຂຶ້ນຢູ່ນະຄອນໄຫໂຂວ, ແຂວງໄຫຫຼຳ ປະເທດຈີນ. ສະນັ້ນ ໃນວັນທີ 21 ກຸມພານີ້, ໄດ້ຈັດພິທີນັບຖອຍຫຼັງການຈັດງານວາງສະແດງດັ່ງກ່າວຍັງເຫຼືອອີກ 50 ວັນ. ພະແນກພັດທະນາເສດຖະກິດສາກົນແຂວງໄຫຫຼຳໄດ້ເປີດເຜີຍໃຫ້ຮູ້ວ່າ: ປັດຈຸບັນ, ວຽກງານຍື່ນໃບສະໝັກເຂົ້າຮ່ວມງານວາງສະແດງດັ່ງກ່າວຂອງວິສາຫະກິດໄດ້ສຳເລັດໂດຍພື້ນຖານແລ້ວ, ຂະໜາດການຈັດງານວາງສະແດງຄັ້ງນີ້ຈະໃຫຍ່ກວ່າຄັ້ງທຳອິດ.

ຕາມຂ່າວລາຍງານວ່າ: ເນື້ອທີ່ຂອງງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ 2 ໄດ້ເພີ່ມຂຶ້ນເປັນ 100.000 ຕາແມັດ ຈາກ 80.000 ຕາແມັດໃນຄັ້ງທຳອິດ, ເນື້ອທີ່ທີ່ເພີ່ມຂຶ້ນໃໝ່ຈະຖືກນຳໃຊ້ເປັນການຂະຫຍາຍເນື້ອທີ່ເຂດວາງສະແດງສາກົນ. ໃນນັ້ນ, ເຂດວາງສະແດງສາກົນລວມມີເນື້ອທີ່ທັງໝົດ 80.000 ຕາແມັດ ເຊິ່ງລວມມີຫໍວາງສະແດງ 6 ແຫ່ງ.

ສຳລັບເຂດວາງສະແດງພາຍໃນປະເທດຈີນ, ມາຮອດປັດຈຸບັນນີ້, ໃນທົ່ວປະເທດຈີນໄດ້ມີ 31 ແຂວງ, ເຂດປົກຄອງຕົນເອງ ແລະກຳແພງນະຄອນຢືນຢັນວ່າຈະເຂົ້າຮ່ວມງານວາງສະແດງໃນຄັ້ງນີ້. ໃນນັ້ນ, ຫໍວາງສະແດງແຂວງໄຫຫຼໍາຈະມີເນື້ອທີ່ 610 ຕາແມັດ ເຊິ່ງເປັນອັນດັບໜຶ່ງຂອງທົ່ວປະເທດຈີນ. ປັດຈຸບັນ, ວຽກງານກະກຽມການຈັດງານວາງສະແດງດັ່ງກ່າວກຳລັງດຳເນີນໄປຢ່າງເປັນລະບຽບ.