ສະ​ຖາ​ນີ​ຫຼວງ​ພະ​ບາງ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ຈະ​ເປີດ​​ບໍ​ລິ​ການ​ຂົນ​ສົ່ງ​ສິນ​ຄ້າໃນ​ໄວໆ​ນີ້

CRI, February 23, 2022
Size:

ເພື່ອຕອບສະໜອງຕາມຄວາມຕ້ອງການໃນການຂົນສົ່ງສິນຄ້າໃນປັດຈຸບັນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າຢູ່ເຂດລຽບຕາມທາງລົດໄຟ, ບໍລິສັດທາງລົດໄຟລາວ-ຈີນຕົກລົງຈະເປີດການບໍລິການຂົນສົ່ງສິນຄ້າຢູ່ສະຖານີຫຼວງພະບາງຢ່າງເປັນທາງການແຕ່ວັນທີ 22 ກຸມພານີ້ເປັນຕົ້ນໄປ, ສະຖານີຫຼວງພະບາງຈະກາຍເປັນສະຖານີແຫ່ງທີ 4 ທີ່ໄດ້ເປີດການບໍລິການຂົນສົ່ງສິນຄ້າ ເຊິ່ງຖັດຈາກສະຖານີວຽງຈັນໃຕ້, ສະຖານີນາເຕີຍ ແລະ ສະຖານີວັງວຽງ.

ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າໃນການເຮັດທຸລະກິດດ້ານການຂົນສົ່ງສິນຄ້າສາກົນ, ສະຖານີຫຼວງພະບາງພວມສ້າງລະບົບທາງລົດໄຟແລະດ່ານພາສີໃຫ້ເປັນອັນໜຶ່ງອັນດຽວກັນ, ຍົກສູງປະສິດທິພາບໃນການກວດກາສິນຄ້າ ແລະ ຫຼຸດເວລາຂົນສົ່ງສິນຄ້າໃຫ້ໜ້ອຍລົງ. ໃນຖານະເປັນສະຖານີສຳຄັນຢູ່ຕາມທາງລົດໄຟລາວ-ຈີນ, ການເປີດບໍລິການຂົນສົ່ງສິນຄ້າຕາມສະຖານີຫຼວງພະບາງ ຈະຫຼຸດເວລາສົ່ງອອກສິນຄ້າປະເພດແປ້ງມັນຕົ້ນ ແລະ ແຮ່ເຫຼັກໄປສູ່ປະເທດຈີນໃຫ້ໜ້ອຍລົງ, ການຂົນສົ່ງສິນຄ້າພາຍໃນປະເທດລາວກໍຈະມີຄວາມຊີວິດຊີວາກວ່າເກົ່າ.