ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ຊຸກ​ຍູ້​ການ​ສົ່ງ​ອອກ​ໃຫ້​ເຕີບ​ໂຕ

CRI, February 22, 2022
Size:

ນາຍົກລັດຖະມົນຕີໄທຮຽກຮ້ອງໃຫ້ສືບຕໍ່ຊຸກຍູ້ການສົ່ງອອກໃຫ້ເຕີບໂຕ_fororder_taiguochukou

     ວັນທີ 19 ກຸມພານີ້, ກົມປະຊາສຳພັນປະເທດໄທໄດ້ເຜີຍໃຫ້ຮູ້ວ່າ: ທ່ານປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີປະເທດໄທຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງກຳແໜ້ນໂອກາດທີ່ເສດຖະກິດໂລກຟື້ນຄືນແລະສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນຫຼືອາເຊັບໄດ້ມີຜົນບັງຄັບໃຊ້ໃນຕົ້ນປີນີ້, ຮັກສາທ່ວງທ່າຂະຫຍາຍຕົວອັນຕັ້ງໜ້າຂອງການສົ່ງອອກ, ຊຸກຍູ້ການສົ່ງອອກໃຫ້ເຕີບໂຕ.

     ປີ 2021, ຍອດມູນຄ່າການຄ້າຂາເຂົ້າຂາອອກຂອງປະເທດໄທໄດ້ບັນລຸເຖິງ 538 ຕື້ 770 ລ້ານໂດລາ, ເພີ່ມຂຶ້ນ 23,1% ເມື່ອທຽບໃສ່ປີ 2020. ໃນນັ້ນ, ມູນຄ່າການສົ່ງອອກມີເຖິງ 271 ຕື້ 173 ລ້ານໂດລາ, ເພີ່ມຂຶ້ນ 17,1% ເມື່ອທຽບໃສ່ປີ 2020, ເຊິ່ງເປັນລະດັບສູງສຸດນັບແຕ່ປີ 2011 ເປັນຕົ້ນມາ.

     ປີກາຍນີ້, ປະເທດຈີນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບ 1 ຂອງປະເທດໄທ, ຍີ່ປຸ່ນເປັນຄູ່ການຄ້າໃຫຍ່ອັນດັບ 2 ຂອງໄທ ແລະອາເມຣິກາເປັນອັນດັບ 3.