ລັດ​ຖະ​ບານ​ໄທ​ອະ​ນຸ​ມັດ​ນະ​ໂຍ​ບາຍ​ອຸດ​ໜູນ​ການ​ພັດ​ທະ​ນາ​ລົດ​ໄຟ​ຟ້າ

CRI, February 22, 2022
Size:

  ລັດຖະບານໄທອະນຸມັດນະໂຍບາຍອຸດໜູນການພັດທະນາລົດໄຟຟ້າ_fororder_微信图片_20220217144102

    ຫວ່າງມໍ່ໆມານີ້,  ລັດຖະບານໄທໄດ້ອະນຸມັດນະໂຍບາຍອຸດໜູນທີ່ເປັນບູລິມະສິດຕ່າງໆ ລວມທັງໃຫ້ເງິນອຸດໜູນ ແລະຫຼຸດພາສີອາກອນ, ເພື່ອຊຸກຍູ້ການນຳໃຊ້ ການຜະລິດລົດໄຟຟ້າ ແລະການພັດທະນາຕະຫຼາດລົດໄຟຟ້າໃຫ້ເຂັ້ມແຂງ.

ໂຄສົກທຳນຽບນາຍົກລັດຖະມົນຕີໄທໄດ້ກ່າວໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນວັນທີ 15 ກຸມພານີ້ວ່າ: ມາດຕະການທີ່ເປັນບູລິມະສິດເຫຼົ່ານີ້ຈະຈັດຕັ້ງປະຕິບັດແຕ່ປີ 2022-2025, ເພື່ອບັນລຸເປົ້າໝາຍການຜະລິດລົດໄຟຟ້າໃນທົ່ວປະເທດໄທໃຫ້ກວມ 30% ເມື່ອຮອດປີ 2030.

    ເອກະສານທີ່ເປີຍເຜີຍພາຍຫຼັງກອງປະຊຸມຂ່າວໄດ້ສະແດງໃຫ້ເຫັນວ່າ: ລັດຖະບານໄທໄດ້ອະນຸມັດງົບປະມານ 3 ຕື້ບາດໃນສົກປີ 2022 ແລະ 40 ຕື້ບາດໃນສົກປີ 2023-2025, ເພື່ອສະໜັບສະໜູນການພັດທະນາຂະແໜງການລົດໄຟຟ້າ.

ສື່ມວນຊົນໄທລາຍງານວ່າ: ມາດຕະການທີ່ເປັນບູລິມະສິດລວມທັງໃຫ້ເງິນອຸດໜູນ 7 ໝື່ນ-1,5 ແສນບາດໂດຍອີງຕາມປະເພດ ແລະລຸ້ນຂອງລົດໄຟຟ້າ, ທັງຫຼຸດ ຫລືຍົກເວັ້ນອາກອນນຳໃຊ້ ແລະພາສີນຳເຂົ້າລົດໄຟຟ້າ.