ຄະນະຊ່ຽວຊານແພດໝໍທີ່ສປ ຈີນ ສົ່ງມາຊ່ວຍເຫຼືອ ສປປ ລາວ ກວດເຊື້ອພະຍາດ ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນແລ້ວ

lmcchina.org, February 21, 2022
Size:

ວັນທີ 7 ກຸມພາ 2022 ຄະນະຊ່ຽວຊານແພດໝໍ ທີ່ສປ ຈີນ ສົ່ງມາຊ່ວຍເຫຼືອ ສປປ ລາວກວດເຊື້ອພະຍາດ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນດ້ວຍເຄື່ອງບິນໂດຍສານເໝົາລໍາ.

ທ່ານ ຊ້ຽງ ຟ່າງຊຽງ ທີ່ປຶກສາສະຖານທູດ ຈີນ ປະຈໍາ ສປປ ລາວ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດ ຖະມົນຕີ ກະຊວງສາທາລະນາສຸກ ສປປ ລາວ, ທ່ານ ໄຊຊະນະ ຮອງຫົວໜ້າຄະນະກໍາມະທິການຮ່ວມມືລາວ-ຈີນ ພ້ອມດ້ວຍພະນັກງານຂອງກະຊວງການຕ່າງປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ໃຫ້ການຕ້ອນຮັບຄະນະຊ່ຽວຊານຈາກ ສປ ຈີນ ທີ່ສາໜາມບິນສາກົນ. ທ່ານ ໄພວັນ ສະແດງຄວາມຂອບໃຈ ພ້ອມທັງຕີລາຄາສູງຕໍ່ ສປ ຈີນ ທີ່ໄດ້ສົ່ງຄະນະຊ່ຽວ ຊານ ມາຍັງ ສປປ ລາວ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຄວາມຄາດຫວັງ ທີ່ຈະລົງເລິກປຶກສາຫາລືແລກປ່ຽນຫຼາຍບັນຫາ ກັບຄະນະຊ່ຽວຊານຈີນ ເພື່ອຍົກສູງລະດັບ ແລະ ຂີດຄວາມສາມາດໃນການກວດຫາເຊື້ອພະຍາດ, ພ້ອມທັງຊ່ວຍເຫຼືອ ສປປ ລາວ ໃນການຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດຂອງປະເທດລາວໃຫ້ໄວເທົ່າທີ່ຈະໄວໄດ້.

ທ່ານ ຊ້ຽງ ຟ່າງຊຽງ ກ່າວວ່າ, ການທີ່ຈີນສົ່ງຄະນະມາເມືອງລາວຄັ້ງນີ້ ສະແດງໃຫ້ເຫັນເຖິງຈິດໃຈຂອງປະຊາຄົມຮ່ວມຊາຕາກໍາທີ່ຍາມໃດກໍໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນ, ທ່ານເຊື່ອໝັ້ນວ່າ ຄະນະດັ່ງກ່າວຈະມີບົດບາດສໍາຄັນໃນການຊ່ວຍການຄວບຄຸມການແພ່ລະບາດຂອງໂຄວິດ-19 ແລະ ການຮັບປະກັນການໄປມາຫາສູ່ຂອງປະຊາຊົນສອງປະເທດ.

ວັນທີ 8 ກຸມພາ 2022 ພະນັກງານສະຖານທູດຈີນ ປະຈໍາ ສປປ ລາວ ໄດ້ກ່າວຕໍ່ນັກຂ່າວວ່າ ຄະນະຊ່ຽວຊານແພດໝໍ ຂອງ ສປ ຈີນ ແມ່ນມາຈາກແຂວງຢູນນານ ຊຶ່ງປະກອບດ້ວຍແພດໝໍກວດກາ ແລະ ແພດພື້ນເມືອງຈີນ ແລະ ອື່ນໆ ທັງໝົດ 6 ຄົນ. ການເດີນທາງມາຂອງຄະນະຊ່ຽວຊານຄັ້ງນີ້ ຈະໄດ້ມີການແລກປ່ຽນປະສົບການຢ່າງເຕັມທີ່ໃນການປ້ອງກັນແລະຄວບຄຸມການແພ່ລະຍາດໂຄວິດ-19 ຂອງ ສປ ຈີນ, ສິ່ງສໍາຄັນກໍຄື ແລກປ່ຽນເຕັກນິກເພື່ອຍົກລະດັບການກວດຄົ້ນຫາເຊື້ອພະຍາດໂດຍສະເພາະແມ່ນການກວດກົດອາຊິດນິວເຄຼອິກ, ເພື່ອເປັນການສະໜັບສະໜູນການກວດເຊື້ອໃຫ້ແກ່ຝ່າຍລາວ, ລົງເລິກການຮ່ວມມືທາງໄກໃນການປ້ອງກັນແລະຄວບຄຸມການລະບາດຂອງພະຍາດ ພ້ອມທັງເປັນການເສີມຂະຫຍາຍການເຜີຍແຜ່ວັດທະນາທໍາການແພດພື້ນ ເມືອງຈີນໃນເວທີສາກົນ,  ເພື່ອເປັນການໃຫ້ຄໍາປຶກສາແກ່ອົງກອນ ແລະ ພະນັກງານ ຈີນທີ່ຢູ່ ສປປ ລາວ.