ການປະຕິຮູບພະລັງງານນໍ້າ ຈະຊຸກຍູ້ການຮ່ວມມືດ້ານພະລັງງານໄຟຟ້າ LM ໃຫ້ມີປະສິດທິຜົນອັນໃໝ່

lmcchina.org, February 21, 2022
Size:

ນັບແຕ່ປີ 2021 ເປັນຕົ້ນມາ, ການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການຄ້າພະລັງງານ ໄຟຟ້າລະຫວ່າງ ແຂວງຢູນນານ ສປ ຈີນ ກັບ ບັນດາປະເທດເຂດລຸ່ມແມ່ນໍ້າຂອງ ຖົດຖອຍຢ່າງຮຸນແຮງ. ບໍລິສັດສາກົນ ຢູນນານ ໄດ້ນໍາໃຊ້ມາດຕະການປະຕິຮູບເພື່ອເຮັດໃຫ້ການຄ້າດັ່ງກ່າວມີພະລັງຊີວິດແລະມີປະສິດທິຜົນ, ຊຸກຍູ້ການ“ເຊື່ອມຈອດແຂງ” ທາງດ້ານພື້ນຖານໂຄງລ່າງພະລັງງານໄຟຟ້າ  ແລະ ການ “ເຊື່ອມໂຍງອ່ອນ” ທາງດ້ານການຄ້າພະລັງງານໄຟຟ້າໃນພາກພື້ນ. ໃນປີ 2021 ການຮ່ວມມືໂຄງການຂະແໜງພະລັງງານລ້ານຊ້າງ-ແມ່ນໍ້າຂອງ (LM) ແມ່ນມີຄວາມໝັ້ນທ່ຽງ.

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T)  ໄດ້ເຊັນສັນຍາສໍາປະທານ ກັບລັດຖະບານ ແຫ່ງ ສປປ ລາວຢ່າງເປັນທາງການ, ການຮ່ວມມືຂອງສອງປະເທດ ລາວ-ຈີນ ໃນຂົງເຂດສາຍສົ່ງໄຟຟ້າ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໄດ້ກ້າວເຂົ້າສູ່ລະດັບໃໝ່ຢ່າງເປັນຮູບປະທໍາ. ໂຄງການສະໜອງໄຟຟ້າຈາກພາຍນອກໃຫ້ແກ່ ທາງລົດໄຟ ລາວ-ຈີນ ໄລຍະເສັ້ນທາງເບື້ອງລາວໄດ້ສໍາເລັດວຽກງານຢ່າງຈົບງາມໃນການສະໜອງໄຟຟ້າ ໃນເວລາທາງລົດໄຟເປີດການບໍລິການ, ພ້ອມທັງໄດ້ຫັນຈາກໄລຍະການກໍ່ສ້າງ ແລະ ທົດລອງ ກ້າວເຂົ້າສູ່ໄລຍະດໍາເນີນການບໍລິຫານແລະບໍາລຸງຮັກສາ.

ໃນເດືອນມິຖຸນາ 2021, ໂຄງການຂະຫຍາຍສະຖານີໄຟຟ້ານໍ້າຕົກ Seo Chong Ho ຫວຽດນາມ ໄລຍະ 2 ກໍໄດ້ເລີ່ມດຳເນີນງານຢ່າງສະດວກ. ສະຖານີໄຟຟ້ານ້ຳຕົກດັ່ງກ່າວແມ່ນໄດ້ຮັບການກໍ່ສ້າງແລະພັດທະນາ ໂດຍບໍລິສັດຮ່ວມທຶນພະລັງງານໄຟຟ້າຫວຽດນາມ-ຈີນ. ບໍລິສັດດັ່ງກ່າວແມ່ນສ້າງຕັ້ງຂຶ້ນໂດຍບໍລິສັດສາກົນຢຸນນານຮ່ວມກັບບໍລິສັດໄຟຟ້າພາກເໜືອຫວຽດນາມ ຊຶ່ງເປັນບໍລິສັດແຫ່ງທໍາອິດຂອງຫວຽດນາມທີ່ຮ່ວມທຶນກັບບໍລິສັດ ຕ່າງປະເທດໃນໂຄງການພະລັງງານໄຟຟ້າ .  ບໍລິສັດສາກົນຢູນນານ ໄດ້ສົ່ງກໍາມະການ 2 ທ່ານ (ລວມມີປະທານສະພາບໍລິຫານ)  ແລະ ຜູ້ກວດກາ 1 ທ່ານ ໄປປະຈໍາ ຢູ່ ບໍລິສັດຮ່ວມທຶນຫວຽດນາມ-ຈີນ, ພ້ອມດຽວກັນນັ້ນກໍໄດ້ສົ່ງຜູ້ບໍລິຫານລະດັບກາງ ແລະ ລະດັບສູງຂອງບໍລິສັດ 3 ທ່ານອີກດ້ວຍ. ພາຍຫຼັງສໍາເລັດໂຄງການຂະຫຍາຍການຜະລິດໄຟຟ້າແລ້ວ, ກໍາລັງການຜະລິດໄຟຟ້າປະຈໍາປີ ຈະເພີ່ມເປັນປະມານ 5 ລ້ານກິໂລວັດໂມງ, ໃນເວລາຮີບດ່ວນ ສາມາດເພີ່ມກໍາລັງການຜະລິດໄຟຟ້າຂຶ້ນເປັນ 8 ລ້ານ ກິໂລວັດໂມງ, ຊຶ່ງມັນຈະມີປະສິດ ທິພາບສູງໃນການຫຼຸດຜ່ອນ ແລະ ແກ້ໄຂສະພາບການຂາດໄຟຟ້າ ໃນເວລາຮີບດ່ວນທີ່ບໍ່ມີນໍ້າທາງພາກເໜືອຂອງຫວຽດນາມ.

ການປ່ຽນແປງຂອງການແພ່ລະບາດຂອງໂຄວິດ-19 ໃນບັນດາປະເທດອ້ອມຂ້າງ ໄດ້ນໍາເອົາສິ່ງທ້າທາຍອັນໃໝ່ຕໍ່ກັບການຕອບສະໜອງຄວາມຕ້ອງການທາງດ້ານບຸກຄະລາກອນສໍາລັບໂຄງການທີ່ຢູ່ຕ່າງປະເທດ. ບໍລິ ສັດສາກົນ ຢູນນານ ໄດ້ສ້າງຕັ້ງຕະຫຼາດແລກປ່ຽນຊັບພະຍາກອນມະນຸດພາຍໃນວິສາຫະກິດຂອງຕົນເອງຢ່າງມີຫົວຄິດປະດິດສ້າງ. ທ່ານນາງ ຈຽງລີ້ (Jiang Li ) ຜູ້ຈັດການໂຄງການເບື້ອງຕົ້ນຂອງຫ້ອງການຜູ້ຕາງໜ້າປະຈໍາປະເທດກໍາປູເຈຍ ຂອງ ບໍລິສັດ ສາກົນ ຢູນນານ ໄດ້ເລີ່ມຕົ້ນ “ການເດີນທາງການຄົ້ນຫາ” ໃນພະແນກການເຮັດວຽກຂອງຄະນະກໍາມະການຂອງສໍານັກງານໃຫຍ່. ເຊັ່ນດຽວກັນກັບ ທ່ານ ນາງ, ຍັງມີພະນັກງານອີກ 5 ຄົນ ທີ່ບໍ່ສາມາດກັບຄືນໄປເຮັດວຽກຢູ່ຫ້ອງການຜູ້ຕາງໜ້າ ເນື່ອງຈາກໄດ້ຮັບຜົນກະທົບມາຈາກການລະບາດຂອງໂຄວິດ-19 ແລ້ວໄດ້ຖືກ “ແບ່ງປັນ” ສັບຊ້ອນໄປເຮັດວຽກຢູ່ພະແນກອື່ນພາຍໃນບໍລິສັດ.