ອາຊຽນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ຮັບ​ປະ​ກັນ​ການຈັດ​ຕັ້ງ​ປະ​ຕິ​ບັດ RCEP ຢ່າງ​ຮອບ​ດ້ານ ແລະ​ບັງ​ເກີດ​ຜົນ

CRI, February 21, 2022
Size:

ອາຊຽນໃຫ້ຄຳໝັ້ນສັນຍາວ່າຈະຮັບປະກັນການຈັດຕັ້ງປະຕິບັດ RCEP ຢ່າງຮອບດ້ານ ແລະບັງເກີດຜົນ_fororder_微信图片_20220218160647

    ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນທີ່ບໍ່ເປັນທາງການໄດ້ຈັດຂຶ້ນ ຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍ ໃນວັນທີ 17 ກຸມພານີ້, ໂດຍໄດ້ໃຫ້ຄຳໝັ້ນສັນຍາວ່າຈະຮັບປະກັນການຈັດຕັ້ງປະຕິບັດສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ຢ່າງຮອບດ້ານ ແລະບັງເກີດຜົນ.

    ກອງປະຊຸມຄັ້ງນີ້ເປັນປະທານໂດຍທ່ານ ປຣາກ ໂຊໂຄນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ ແລະ ຈັດຂຶ້ນດ້ວຍຮູບແບບທັງອອນລາຍ ແລະອອຟລາຍ. ທ່ານປຣາກ ໂຊໂຄນໄດ້ກ່າວໃນກອງປະຊຸມຂ່າວທີ່ຈັດຂຶ້ນພາຍຫຼັງກອງປະຊຸມວ່າ: ບັນດາລັດຖະມົນຕີກະຊວງການຕ່າງປະເທດອາຊຽນໄດ້ໃຫ້ຄຳໝັ້ນສັນຍາວ່າຈະຮັບປະກັນການຈັດຕັ້ງປະຕິບັດ RCEP ຢ່າງຮອບດ້ານ ແລະບັງເກີດຜົນ, ທັງໄດ້ກ່າວເນັ້ນເຖິງຄວາມສຳຄັນຂອງການເພີ່ມທະວີການເຊື່ອມໂຍງອາຊຽນເຂົ້າເປັນອັນໜຶ່ງອັນດຽວກັນ  ແລະການເຊື່ອມຕໍ່ດ້ານການຄ້າ, ການລົງທຶນ ແລະຕ່ອງໂສ້ການສະໜອງພາຍໃນອາຊຽນ, ເພື່ອຍົກສູງຄວາມສາມາດດ້ານການແຂ່ງຂັນ ແລະການເຊື່ອມຈອດກັນຂອງພາກພື້ນ.

    ທ່ານປຣາກ ໂຊໂຄນກ່າວວ່າ: ບັນດາລັດຖະມົນຕີໄດ້ປຶກສາຫາລືມາດຕະການດ້ານການຟື້ນຟູເສດຖະກິດຂອງພາກພື້ນພາຍຫຼັງສະພາບພະຍາດໂຄວິດ-19, ທັງກ່າວເນັ້ນໜັກເຖິງຄວາມສຳຄັນຂອງການຈັດຕັ້ງປະຕິບັດ “ຂອບການຟື້ນຟູຢ່າງຮອບດ້ານຂອງອາຊຽນ” ຢ່າງຄົບຖ້ວນ ແລະບັງເກີດຜົນ. ບັນດາລັດຖະມົນຕີຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາຂອງພາກພື້ນ ແລະສາກົນ, ທັງໄດ້ກ່າວເນັ້ນເຖິງຄຳໝັ້ນສັນຍາທີ່ຈະປະຕິບັດຕາມລັດທິຫຼາຍຝ່າຍ.