ກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ຊຽນໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກຸມ​ພາ​ນີ້​ຜ່ານ​ທາງ​ອອນ​ລາຍ

CRI, February 18, 2022
Size:

 ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນໄດ້ຈັດຂຶ້ນໃນວັນທີ 17 ກຸມພານີ້ຜ່ານທາງອອນລາຍ_fororder_人

    ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນທີ່ບໍ່ເປັນທາງການໄດ້ຈັດຂຶ້ນໃນວັນທີ 17 ກຸມພານີ້ຜ່ານທາງອອນລາຍ, ເຊິ່ງເປັນກອງປະຊຸມຄັ້ງທຳອິດໃນປີນີ້.

    ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືກັນໂດຍປິ່ນອ້ອມຫົວຂໍ້ຫຼັກຄື “ອາຊຽນຮ່ວມກັນຮັບມືກັບສິ່ງທ້າທາຍ”, ຫົວຂໍ້ຕົ້ນຕໍລວມມີ: ການຮັບມືກັບສິ່ງທ້າທາຍຂອງສະພາບພະຍາດໂຄວິດ-19, ການຊຸກຍູ້ການຟື້ນຟູຂອງເສດຖະກິດ, ການຊຸກຍູ້ການເຊື່ອມໂຍງອາຊຽນເຂົ້າເປັນອັນໜຶ່ງອັນດຽວກັນ, ການເພີ່ມທະວີການຮ່ວມມືກັບບັນດາປະເທດທີ່ບໍ່ແມ່ນປະເທດສະມາຊິກອາຊຽນ ແລະບັນຫາພາກພື້ນ ແລະສາກົນທີ່ມີຄວາມສົນໃຈນຳກັນ, ເຊັ່ນ: ຈັດຕັ້ງປະຕິບັດຂໍ້ສະເໜີຂອງອາຊຽນ 5 ຂໍ້ໃນການແກ້ໄຂສະຖານະການຢູ່ມຽນມາທີ່ບັນດາຝ່າຍໄດ້ເຫັນດີນຳກັນໃນກ່ອນໜ້ານີ້ ແລະອື່ນໆ.