ສະ​ພາບ​ພະ​ຍາດ​ໂຄວິດ-19 ຮອບ​ທີ 4 ຢູ່ມຽນ​ມາຮ້າຍແຮງ​ຂຶ້ນ​ຕື່ມ​ຢ່າງ​ບໍ່​ຢຸດຢັ້ງ

CRI, February 17, 2022
Size:

ສະພາບພະຍາດໂຄວິດ-19ຮອບທີ4ຢູ່ມຽນມາຮ້າຍແຮງຂຶ້ນຕື່ມຢ່າງບໍ່ຢຸດຢັ້ງ_fororder_1229364045

ໃນຕອນຄ່ຳຂອງວັນທີ 14 ກຸມພານີ້, ກະຊວງສາທາລະນະສຸກມຽນມາໄດ້ແຈ້ງຂ່າວໃຫ້ຮູ້ວ່າ: ຢູ່ມຽນມາ ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ເຖິງ 1.586 ກໍລະນີ, ເຊິ່ງເປັນມື້ທີ 6 ທີ່ມີຈຳນວນຜູ້ເປັນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ມີຫຼາຍກວ່າ 1 ພັນກໍລະນີຫຼັງຈາກວັນທີ 8 ກຸມພາເປັນຕົ້ນມາ.

ສະພາບພະຍາດໂຄວິດ-19 ຮອບທີ 4 ຢູ່ແຫ່ງຕ່າງຂອງມຽນມາຮ້າຍແຮງຂຶ້ນຕື່ມຢ່າງບໍ່ຢຸດຢັ້ງ. ປັດຈຸບັນ ມີຫຼາຍພາກສ່ວນຂອງລັດຖະບານໄດ້ຢຸດເຮັດວຽກຊົ່ວຄາວຍ້ອນມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19, ໂດຍສະເພາະຢູ່ຢາງກຸ້ງແມ່ນໜັກໜ່ວງກວ່າໝູ່, ມີໂຮງໝໍແຫ່ງໜຶ່ງໄດ້ປິດຊົ່ວຄາວຍ້ອນມີທ່ານໝໍຄົນໜຶ່ງຕິດພະຍາດໂຄວິດ-19; ຢູ່ເມືອງ ມິດກີນາ ເທດສະບານຂອງລັດຄາຊີນ ກໍ່ໄດ້ປິດໂຮງຮຽນມັດທະຍົມປາຍແຫ່ງໜຶ່ງຍ້ອນມີນັກຮຽນ 40 ກວ່າຄົນຕິດພະຍາດໂຄວິດ-19. ສ່ວນພາກສ່ວນການບິນພົນລະເຮືອນຂອງມຽນມາກໍ່ໄດ້ເລີ່ມຟື້ນຟູການກວດຫາເຊື້ອພະຍາດຜູ້ໂດຍສານພາຍໃນປະເທດ, ໂດຍໄດ້ຮຽກຮ້ອງຜູ້ໂດຍສານທັງໝົດຕ້ອງມີໃບຢືນຢັນຜົນກວດເຊື້ອພະຍາດເປັນລົບພາຍໃນ 48 ຊົ່ວໂມງກ່ອນຂຶ້ນເຮືອບິນ ຈຶ່ງອະນຸຍາດໃຫ້ຂຶ້ນເຮືອບິນໄດ້.