ນາຍົກໄທຮຽກຮ້ອງໃຫ້ເປີດດ່ານຊາຍແດນຢູ່ພາກໃຕ້ຄືນໃໝ່ໂດຍໄວເພື່ອຟື້ນຟູການທ່ອງທ່ຽວ

CRI, February 16, 2022
Size:

ນາຍົກໄທຮຽກຮ້ອງໃຫ້ເປີດດ່ານຊາຍແດນຢູ່ພາກໃຕ້ຄືນໃໝ່ໂດຍໄວເພື່ອຟື້ນຟູການທ່ອງທ່ຽວ_fororder_src=http_%2F%2F5b0988e595225.cdn.sohucs.com%2Fimages%2F20171111%2F35925052cfd143458d540bd138e7a77e&refer=http_%2F%2F5b0988e595225.cdn.sohucs

    ວັນທີ 13 ກຸມພານີ້, ທຳນຽບນາຍົກລັດຖະມົນຕີໄທໄດ້ແຈ້ງໃຫ້ຮູ້ວ່າ, ຫວ່າງມໍ່ໆມານີ້, ທ່ານປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງປຶກສາຫາລືກັນກ່ຽວກັບການເປີດດ່ານຊາຍແດນຄືນໃໝ່ໂດຍໄວຢູ່ແຂວງພາກໃຕ້ຂອງໄທຕ່າງໆ ເຊັ່ນ: ແຂວງສົງຂາ, ແຂວງຍະລາ, ແຂວງນະຣາທິວາດ ແລະ ແຂວງສະຕູນ. ຂ່າວແຈ້ງວ່າ, ປະເທດມາເລເຊຍທີ່ຢູ່ຕິດກັບພາກໃຕ້ຂອງໄທໄດ້ກຽມພ້ອມເປີດດ່ານຊາຍແດນຄືນໃໝ່ແລ້ວ, ທ່ານປະຢຸດ ຈັນໂອຊາໄດ້ສັ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຕິດຕໍ່ພົວພັນກັບປະເທດມາເລເຊຍເພື່ອຊຸກຍູ້ໃຫ້ສອງຝ່າຍເຫັນດີນຳກັນໂດຍໄວ.

   ທຳນຽບນາຍົກລັດຖະມົນຕີໄທລະບຸວ່າ,ໄທມີແຜນູເປີດດ່ານຊາຍແດນຄືນໃໝ່ຢູ່ພາກໃຕ້ຂອງໄທໃນເດືອນມັງກອນແລ້ວນີ້, ແຕ່ຍ້ອນການລະບາດຂອງເຊື້ອໄວຣັດໂອມິຄຼອນຈິ່ງໄດ້ເລື່ອນເວລາປະຕິບັດແຜນການ ແລະ ຄາດວ່າຈະຟື້ນຟູການເປີດດ່ານຄືນໃໝ່ໃນເດືອນມີນາໜ້ານີ້.ປັດຈຸບັນ, ການແຜ່ລະບາດຂອງພະຍາດໂຄວິດ-19 ສາມາດຄວບຄຸມໄວ້ໄດ້ແລ້ວ, ສະນັ້ນ ລັດຖະບານໄທຈິ່ງຫວັງຢາກເປີດດ່ານຊາຍແດນຄືນໃໝ່ໂດຍໄວເພື່ອຟື້ນຟູການທ່ອງທ່ຽວ ກໍຄືເຮັດໃຫ້ເສດຖະກິດຂອງໄທສາມາດຟື້ນຟູຄືນໂດຍລວມ.