ກຳປູເຈຍປະກາດປະຕິບັດນະໂຍບາຍການສ້າງລັດແຫ່ງດີຈີຕອນ

CRI, February 15, 2022
Size:

ວັນທີ 12 ກຸມພານີ້, ລັດຖະບານກຳປູເຈຍໄດ້ປະກາດວ່າ: ເລີ່ມປະຕິບັດ “ນະໂຍບາຍ ການສ້າງລັດຖະບານກຳປູເຈຍດ້ານດີຈີຕອນປີ 2022-2035”, ເພື່ອສ້າງໃຫ້ເປັນລັດຖະບານ ອັດສະລິຍະ ບົນພື້ນຖານການສ້າງພື້ນຖານໂຄງລ່າງດີຈີຕອນແລະເຕັກນິກທັນສະໄໝ.

ນະໂຍບາຍດັ່ງກ່າວຊີ້ໃຫ້ເຫັນວ່າ: ລັດຖະບານດີຈີຕອນສາມາດຫຼຸດຄ່າໃຊ້ຈ່າຍທາງດ້ານ ສາທາລະນະ, ຫຼຸດຜົນກະທົບຕໍ່ສິ່ງແວດລ້ອມ, ຫຼຸດເວລາເຮັດວຽກ ແລະ ປາສະຈາກການ ອອກແຮງງານຊ້ຳຊ້ອນ, ເຮັດໃຫ້ຂັ້ນຕອນການແລກປ່ຽນຂໍ້ມູນຂ່າວສານແລະການປະຕິບັດ ງານລະຫວ່າງອົງການຈັດຕັ້ງລັດຖະບານກະທັດຮັດກວ່າເກົ່າ. ລັດຖະບານກຳປູເຈຍຫວັງວ່າ ພາຍຫຼັງປະຕິບັດນະໂຍບາຍດັ່ງກ່າວແລ້ວ ຈະສາມາດປັບປຸງໂຄງປະກອບການບໍລິຫານງານ ໃຫ້ເປັນແບບທັນສະໄໝ ແລະເປັນການຊີ້ນຳການປະຕິຮູບຂອງພາກສ່ວນຕ່າງໆ, ທັງສາມາດ ສະໜອງການບໍລິການສາທາລະນະທີ່ມີປະສິດທິພາບສູງກວ່າເກົ່າ ແລະເພີ່ມຄວາມໝັ້ນໃຈ ຂອງປະຊາຊົນທີ່ມີຕໍ່ລັດຖະບານ.
ຕາມການແນະນຳຂອງນະໂຍບາຍດັ່ງກ່າວຍັງໄດ້ໃຫ້ຮູ້ວ່າ, ເປົ້າໝາຍສຸດທ້າຍຂອງ ລັດຖະບານກຳປູເຈຍແມ່ນເຮັດໃຫ້ທົ່ວປວງຊົນສາມາດໄດ້ຮັບການບໍລິການສາທາລະນະຢ່າງ ກວ້າງຂວາງແລະຕໍ່ເນືື່ອງ, ຂະນະທີ່ການຫັນປ່ຽນລັດຖະບານໃຫ້ເປັນລັດແຫ່ງດີຈີຕອນ ກໍເປັນພື້ນຖານຂອງການບັນລຸເປົ້າໝາຍດັ່ງກ່າວ.