ລັດ​ຖະ​ບານ​ໄທ​ກຽມ​ຈະ​ຍົກ​ເລີກ​ງົບ​ປະ​ມານ​ອຸດ​ໜູນ​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19

CRI, February 15, 2022
Size:

ວັນທີ 12 ກຸມພານີ້, ສູນຄຸ້ມຄອງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານໄທແຈ້ງຂ່າວວ່າ: ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ດຽວກັນຂອງປະເທດຕົນແມ່ນ 16.330 ກໍລະນີ, ຜູ້ເສຍຊີວິດເພີ່ມໃໝ່ 25 ຄົນ, ຜູ້ຖືກບົ່ງມະຕິເປັນພະຍາດທີ່ເພີ່ມໃໝ່ໄດ້ລື່ນກາຍ 1 ໝື່ນກໍລະນີເປັນຫຼາຍມື້ລຽນຕິດ. ທ່ານອະນຸທິນ ຈານວິຣະກຸນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງສາທາລະນະສຸກໄທກ່າວໃນຫວ່າງມໍ່ໆມານີ້ວ່າ: ກະຊວງສາທາລະນະສຸກໄທພວມພິຈາລະນາປັບປຸງແຜນການປິ່ນປົວ, ກຽມຈະລຶບລາຍຊື່ພະຍາດໂຄວິດ-19 ອອກຈາກບັນຊີລາຍຊື່ພະຍາດທີ່ລັດຖະບານຈະຈ່າຍຄ່າປິ່ນປົວ ຫຼື ໃຫ້ເງິນອຸດໜູນການປິ່ນປົວ ແລະ ໃຫ້ຜູ້ປ່ວຍຈ່າຍຄ່າປິ່ນປົວດ້ວຍຊ່ອງທາງຕ່າງໆ ເຊັ່ນ: ຊື້ປະກັນສຸຂະພາບ ຫຼື ຊື້ປະກັນສັງຄົມ ແລະອື່ນໆ.

ວັນທີ11 ກຸມພານີ້, ທີ່ປຶກສາສູນຄຸ້ມຄອງການແຜ່ລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານໄທກ່າວວ່າ: ລັດຖະບານກຽມຈະຍົກເລີກງົບປະມານໃຫ້ເງິນອຸດໜູນປະເພດຕ່າງໆຕໍ່ການປິ່ນປົວພະຍາດໂຄວິດ-19, ສາຍເຫດຕົ້ນຕໍແມ່ນຍ້ອນວ່າ: ລັດຖະບານຈະບໍ່ສາມາດແບກຫາບຄ່າປິ່ນປົວພະຍາດໂຄວິດ-19 ອັນມະຫາສານເປັນໄລຍະຍາວ. ແຕ່ຈະບໍ່ຍົກເລີກນະໂຍບາຍອຸດໜູນໃນທັນທີ ເພື່ອໃຫ້ປະຊາຊົນມີຄວາມກຽມພ້ອມທາງດ້ານຈິດໃຈ.