ກຳ​ປູ​ເຈຍ​ກ່າວ​ວ່າ: ​ຈະ​ປິດເວັບ​ໄຊ​​ການ​ຄ້າເອ​ເລັກ​ໂຕ​ຣ​ນິກ​ຂອງ​ຕ່າງ​ປະ​ເທດ​ທີ່​ບໍ່​ໄດ້​ຈົດ​ທະ​ບຽນ​

CRI, February 14, 2022
Size:

ລັດຖະບານກຳປູເຈຍໄດ້ແຈ້ງຂ່າວໃນວັນທີ 9 ກຸມພານີ້ວ່າ: ຈະປິດເວັບໄຊການຄ້າເອເລັກໂຕຣນິກຂອງຕ່າງປະເທດທີ່ບໍ່ຍອມຈົດທະບຽນແລະບໍ່ຈ່າຍພາສີ.

ກົມພາສີອາກອນແຫ່ງຊາດກຳປູເຈຍກ່າວວ່າ: ຕາມແຜນການເດີມ,ອົງການຕົນຈະປະຕິບັດຄຳສັ່ງທີ່ກ່ຽວຂ້ອງແລະເລີ່ມມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນປີນີ້,ແຕ່ຍ້ອນບໍລິສັດການຄ້າເອເລັກໂຕຣນິກຂະໜາດໃຫຍ່ຂອງຕ່າງປະເທດບາງແຫ່ງໄດ້ຮຽກຮ້ອງໃຫ້ລັດຖະບານກຳປູເຈຍໃຫ້ເວລາຈົດທະບຽນຫຼາຍກວ່າເກົ່າ,ສະນັ້ນຈຶ່ງໄດ້ຕົກລົງເລື່ອນເວລາອອກໄປເປັນເວລາ 3 ເດືອນຈຶ່ງຈະເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການ.