ມູນຄ່າການຄ້າລາວ-ຈີນເພີ່ມຂຶ້ນ 21,4%ໃນປີ 2021

CRI, February 14, 2022
Size:

ມູນຄ່າການຄ້າລາວ-ຈີນເພີ່ມຂຶ້ນ 21,4%ໃນປີ2021_fororder_微信图片_20220211104230

ປີ 2021 ມູນຄ່າການຄ້າລາວ-ຈີນ ບັນລຸ 4,35 ຕື້ໂດລາເພີ່ມຂຶ້ນ 21,4%, ຖືວ່າ ຈີນ ຍັງຄອງອັນດັບໜຶ່ງຂອງການລົງທຶນໃນ ສປປ ລາວ ມີທັງໝົດ 821 ໂຄງການ. ຄະນະກໍາມະການການຮ່ວມມືລາວ-ຈີນໄດ້ລາຍງານໃນກອງປະຊຸມສະຫຼຸບວຽກງານການຮ່ວມມື ດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ລາວ-ຈີນ ປະຈໍາປີ 2021 ຜ່ານທາງວິດີໂອທາງໄກ ເຊິ່ງຈັດຂຶ້ນໃນວັນ 10 ກຸມພາ 2022 ນີ້ ໂດຍມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການການຮ່ວມມືລາວ-ຈີນເປັນປະທານ.

ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກໍາມະການການຮ່ວມມືລາວ-ຈີນ ໄດ້ລາຍງານຕໍ່ກອງປະຊຸມດັ່ງກ່າວວ່າ: ປີ 2021, ໄດ້ປະຕິບັດໂຄງການຊ່ວຍເຫຼືອຈາກ ສປ ຈີນສໍາເລັດທັງໝົດ 3 ໂຄງການ ຄືໂຄງການແສງສະຫວ່າງໃນເຂດເທດສະບານເມືອງໃຈກາງຂອງນະຄອນຫຼວງວຽງຈັນໄລຍະທີ 1, ໂຄງການຮ່ວມມືສ້າງບ້ານຕົວແບບເພື່ອລຶບລ້າງຄວາມທຸກຍາກລາວ-ຈີນ (ຢູ່ບ້ານຊໍ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ບ້ານຊຽງລ້ອມ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ), ໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທີ 1. ນອກນັ້ນ. ຍັງມີໂຄງການຊ່ວຍເຫຼືອທີ່ພວມຈັດຕັ້ງປະຕິບັດຢູ່ທັງໝົດ 18 ໂຄງການ ເຊັ່ນ: ໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ຊົນນະບົດໄລຍະທີ 1, ໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທີ 2, ໂຄງການກໍ່ສ້າງສູນກິດຈະກໍາຊາວໜຸ່ມປະຊາຊົນ ປະຕິວັດລາວ, ໂຄງການກໍ່ສ້າງລະບົບການຄ້າຜ່ານເອເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາຂອງລາວ, ແລະໂຄງການອື່ນໆ. ພິເສດ, ນັບແຕ່ພະຍາດໂຄວິດ-19 ເກີດມີການລະບາດເປັນຕົ້ນມາ, ລັດຖະບານຈີນ ໄດ້ສົ່ງຜູ້ຊ່ຽວຊານດ້ານການແພດສະເພາະດ້ານ ມາຊ່ວຍທີມແພດລາວຕ້ານພະຍາດໂຄວິດ-19, ໄດ້ສະໜອງວັກຊິນໃຫ້ແກ່ລາວ ລວມທັງໝົດ 8 ຄັ້ງ ມີຈໍານວນທັງໝົດ 8,9 ລ້ານກວ່າຫຼອດ  ສະຫຼຸບແລ້ວຈີນໄດ້ກາຍເປັນປະເທດທີ່ໃຫ້ການຊ່ວຍເຫຼືອວັກຊິນແກ່ ສປປ ລາວ ຫຼາຍທີ່ສຸດ.

ສ່ວນການຮ່ວມມືທາງດ້ານການຄ້າ,ທ່ານ ໄຊຊະນະ ສິດທິພອນຍັງໃຫ້ຮູ້ຕື່ມວ່າ: ສປ ຈີນ ຍັງສືບຕໍ່ເປັນຄູ່ຄ້າສໍາຄັນອັນດັບ 2 ຂອງລາວ, ສະເພາະ ປີ 2021 ມູນຄ່າການຄ້າຂອງສອງຝ່າຍບັນລຸເຖິງ 4,35 ຕື້ໂດລາ, ເພີ່ມຂຶ້ນ 21,4%, ໃນນີ້ ລາວນໍາເຂົ້າ 1,67 ຕື້ໂດລາ, ເພີ່ມຂຶ້ນ 11,9%, ປະເທດຈີນກາຍເປັນປະເທດເປົ້າໝາຍທີ່ລາວສົ່ງອອກຫຼາຍທີ່ສຸດ ລວມມີມູນຄ່າທັງໝົດ 2,68 ຕື້ໂດລາ, ເພີ່ມຂຶ້ນ 28,2%. ພາຍຫຼັງເປີດນໍາໃຊ້ທາງລົດໄຟລາວ-ຈີນ ຢ່າງເປັນທາງການແລ້ວ ການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນຈົນເຖິງປັດຈຸບັນມີທັງໝົດ 90 ຖ້ຽວ, ມີິປະລິມານການຂົນສົ່ງ 80 ພັນກວ່າໂຕນ, ໃນນັ້ນສິນຄ້າຂາເຂົ້າ-ຂາອອກມີຫຼາຍກວ່າ 40 ພັນໂຕນ ເຊິ່ງຖືວ່າເປັນບາດກ້າວໃໝ່ໃນການຊຸກຍູ້ວຽກງານການຄ້າລະຫວ່າງສອງຝ່າຍລາວ-ຈີນ ໃຫ້ມີຄວາມສະດວກວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນຢ່າງປະຈັກຕາ. ສ່ວນການຮ່ວມມືດ້ານການລົງທຶນ, ສປ ຈີນ ຍັງຄອງອັນດັບໜຶ່ງຂອງການລົງທຶນ ຢູ່ ສປປ ລາວ. ປີ 1989 ຮອດ 2021, ການລົງທຶນຂອງວິສາຫະກິດຈີນຢູ່ປະເທດລາວມີທັງໝົດ 821 ໂຄງການ. ສະເພາະປີ 2021 ມີ 20 ໂຄງການ, ມີມູນຄ່າ 1 ຕື້ກວ່າໂດລາ ເຊິ່ງໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນລາວໄດ້ເປັນຈໍານວນຫຼວງຫຼາຍ.

ໃນເວລາມີຄຳເຫັນຕໍ່ກອງປະຊຸມ,ທ່ານ ສອນໄຊ ສີພັນດອນໄດ້ກ່າວປຸກລະດົມແລະຊຸກຍູ້ການສົ່ງອອກພືດກະສິກໍາທີ່ມີທ່າແຮງຂອງລາວໄປປະເທດຈີນໃຫ້ຫຼາຍຂຶ້ນຕື່ມ, ລວມທັງໃຫ້ເອົາໃຈໃສ່ ຊຸກຍູ້ບັນດາໂຄງການຮ່ວມມື, ໂຄງການຊ່ວຍເຫຼືອ ແລະໂຄງການອື່ນໆ ລະຫວ່າງ ລາວ-ຈີນ ໃຫ້ມີປະສິດຜົນ ແລະເຂົ້າສູ່ລວງເລິກກວ່າເກົ່າໂດຍສະເພາະການປ້ອງກັນພະຍາດໂຄວິດ-19.