“10 ຂ່າວສໍາຄັນປະຈໍາປີ 2021 ກ່ຽວກັບການມີສ່ວນຮ່ວມ ຂອງ ປະເທດຈີນ ໃນການຮ່ວມມື LM ແລະ ອະນຸພາກພື້ນແມ່ນ້ຳຂອງ” ໄດ້ປະກາດຢ່າງເປັນທາງການ

lmcchina.org, February 11, 2022
Size:

ວັນທີ 27 ມັງກອນທີ່ຜ່ານມານີ້, 10 ຂ່າວສໍາຄັນປະຈຳປີ 2021 ກ່ຽວກັບການມີສ່ວນຮ່ວມ ຂອງ ປະເທດຈີນ ໃນການຮ່ວມມື LM ແລະ ອະນຸພາກພື້ນແມ່ນ້ຳຂອງ” ໄດ້ປະກາດຢ່າງເປັນທາງການຢູ່ນະຄອນຄຸນໝິງ ແຂວງຢູນນານ ເຊິ່ງແມ່ນກອງເລຂາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈີນຂອງກະຊວງການຕ່າງປະເທດແຫ່ງ ສປ ຈີນ, ວາລະສານ ການລາຍງານຈີນ-ອາຊຽນ(China Report ASEAN) ຂອງກົມພາສາຕ່າາງປະເທດຈີນ(CIPG), ສຳນັກພິມວາລະສານ ແມ່ນ້ຳຂອງ ຂອງກຸ່ມບໍລິສັດໜັງສືພິມລາຍວັນຢູນນານ ແລະ ຫົວໜ່ວຍທີ່ກ່ຽວຂ້ອງອື່ນໆ ຮ່ວມກັນດຳເນີນການປະເມີນ ແລະ ຄັດເລືອກເອົາ 10 ຂ່າວດັ່ງກ່າວ.

10 ຂ່າວສໍາຄັນປະຈຳປີ 2021 ກ່ຽວກັບການມີສ່ວນຮ່ວມ ຂອງ ປະເທດຈີນ ໃນການຮ່ວມມື LM ແລະ ອະນຸພາກພື້ນແມ່ນ້ຳຂອງ ທີ່ປະກາດໃນຄັ້ງນີ້ໄດ້ແກ່: 1) ການທູດປະມຸກລັດຊີ້ທິດເຍືອງທາງ, ເປີດສັກກະຫຼາດໃໝ່ແຫ່ງການສ້າງປະຊາຄົມຮ່ວມຊາຕາກຳກັບປະເທດອ້ອມຂ້າງ; 2) ການນໍາຂັ້ນສູງຂອງ 6 ປະເທດ ໄປມາຫາສູ່ກັນຢ່າງສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນທາງດ້ານການເມືອງນັບມື້ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ; 3) 6 ປະເທດ LM ຈັບມືກັນຕ້ານພະຍາດໂຄວິດ-19, ການຮ່ວມມືດ້ານສາທາລະນະສຸກໄດ້ຮັບການພັດທະນາຢ່າງວ່ອງໄວ; 4) ການເປີດນໍາໃຊ້ເສັ້ນທາງລົດໄຟ ຈີນ-ລາວ ຢ່າງເປັນທາງການ ເຮັດໃຫ້ການເຊື່ອມໂຍງເຊື່ອມຈອດ ໄດ້ຮັບການຊຸກຍູ້ລົງສູ່ລວງເລິກ ແລະ ລວງກວ້າງ; 5) ເສດຖະກິດການຄ້າມີທ່າອ່ຽງເພີ່ມຂຶ້ນແບບສວນກະແສ ການຮ່ວມມືດ້ານຄວາມສາມາດການຜະລິດມີການຍົກລະດັບທາງດ້ານຄຸນນະພາບ; 6) ເລີ່ມດໍາເນີນການຮ່ວມມືລະຫວ່າງທ້ອງຖິ່ນ ປະເທດ LM, ພັດທະນາກົນໄກຊ່ວຍເພີ່ມແຮງຂັບເຄື່ອນ; 7) ການຮ່ວມມືທາງດ້ານກະສິກຳສ້າງໝາກຜົນອຸດົມສົມບູນ ແລະ ການຄ້າສິນຄ້າກະສິກຳກ້າວສູ່ຈຸດສູງສຸດໃໝ່; 8) ການຮ່ວມມືດ້ານຊັບພະຍາກອນນໍ້າໄດ້ຮັບການພັດທະນາຢ່າງວ່ອງໄວ ແລະ ການປົກປັກຮັກສາສິ່ງແວດລ້ອມໄດ້ສ້າງຜົນສຳເລັດພົ້ນເດັ່ນ; 9) ການຮ່ວມມືໃນຂົງເຂດທີ່ພົວພັນກັບຊີວິດການເປັນຢູ່ຂອງປະຊາຊົນນໍາຜົນປະໂຫຍດມາສູ່ຫຼາຍໆຄອບຄົວ, ເດັດດ່ຽວປົກປ້ອງຄວາມຜາສຸກຂອງປະຊາຊົນ; 10) ການແລກປ່ຽນທາງດ້ານວັດທະນະທຳ ແລະ ສັງຄົມມີຈຸດເດັ່ນຫຼວງຫຼາຍ, ພື້ນຖານການເຊື່ອມໂຍງດ້ານຈິດໃຈປະຊາຊົນມີຄວາມໜັກແໜ້ນ.

ໃນສະຖານທີ່ໆຈັດພິທີ, ແຂກຜູ້ມີກຽດທີ່ເຂົ້າຮ່ວມພິທີປະກາດໄດ້ຊົມວິດີໂອສັ້ນກ່ຽວກັບການປະເມີນ ແລະ ຄັດເລືອກຂ່າວສຳຄັນປະຈຳປີ ທັງໄດ້ຮັບຟັງການວິເຄາະ ແລະ ອະທິບາຍ ໂດຍທ່ານ ສ.ຈ. ລູກວ່າງເຊິ້ງ (Lu Guangsheng), ຫົວໜ້າສະຖາບັນຄົ້ນຄວ້າການພົວພັນສາກົນ ມະຫາວິທະຍາໄລແຂວງຢູນນານ. ໃນວາລະການບັນຍາຍ ແລະ ແລກປ່ຽນຄຳຄິດຄຳເຫັນລະຫວ່າງຊ່ຽວຊານຕ່າງໆ, ບັນດານັກປາດ ແລະ ຊ່ຽວຊານຈາກອົງການຄົ້ນຄວ້າວິທະຍາສາດຕ່າງໆ ເຊັ່ນ ກອງເລຂາຈີນ LMC, ສູນການຮ່ວມມືຊັບພະຍາກອນນໍ້າ LM, ສູນການຮ່ວມມືດ້ານການປົກປັກຮັກສາສິ່ງແວດລ້ອມ LM, ສູນການຮ່ວມມືດ້ານກະສິກໍາ LM ແລະ ສູນການແລກປ່ຽນ ແລະ ການຮ່ວມມືລະຫວ່າງຊາວໜຸ່ມ LM ເປັນຕົ້ນ ໄດ້ວິເຄາະ ບັນຍາຍ ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ຂ່າວສຳຄັນປະຈຳປີ 2021 ທັງໄດ້ດຳເນີນການຄົ້ນຄວ້າ ແລະ ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ ຜົນສຳເລັດ ແລະ ບົດຮຽນທີ່ຖອດຖອນໄດ້ໃນທຸກຂົງເຂດການຮ່ວມມືໃນປີ 2021, ອະນາຄົດທີ່ປະເທດຈີນມີສ່ວນຮ່ວມໃນການຮ່ວມມື LM ແລະ ອະນຸພາກພື້ນແມ່ນ້ຳຂອງ ເປັນຕົ້ນ.

ນອກຈາກນີ້ແລ້ວ, ຍັງໄດ້ຈັດກິດຈະກຳຕ່າງໆຢູ່ສະຖານທີ່ໆຈັດພິທີດັ່ງກ່າວ ເຊັ່ນ ການໃຫ້ຄຳອວຍພອນປີໃໝ່ຂອງຊາວໜຸ່ມ LM ຮຸ່ນຄົນ Z (ຮຸ່ນຄົນເກີດໃນລະຫວ່າງ1995-2009), ການວາງສະແດງຮູບພາບພາຍໃຕ້ຫົວຂໍ້ສະເພາະມິດຕະພາບຈີນ-ລາວ ກໍຄື ງານຕະຫຼາດນັດວັດທະນະທຳຈຳປາ ແລະ ການວາງສະແດງຜົນງານດີເດັ່ນຂອງການແຂ່ງຂັນອອກແບບໂປສເຕີ້ລະດັບສາກົນການຮ່ວມມື LM ເປັນຕົ້ນ.