ວັນທີ 1 ກຸມພາ 2022 ກົງກັບມື້ຂຶ້ນ 1 ຄ່ຳ ເດືອນ 1 ຕາມປະຕິທິນຈີນ, ສະພາການຄ້າແຂວງສານຊີປະຈຳ ສປປ ລາວໄດ້ຈັດ “ກິດຈະກຳຊ່ວຍເຫຼືອດ້ານອຸປະກອນການຮຽນໃຫ້ແກ່ນັກຮຽນລາວ” ເຊິ່ງສະພາການຄ້າດັ່ງກ່າວໄດ້ຂັບລົດເດີນທາງໄປກັບເຖິງ 300 ກວ່າກິໂລແມັດເພື່ອມອບອຸປະກອນການຮຽນໃຫ້ແກ່ໂຮງຮຽນປະຖົມສອງແຫ່ງຂອງເມືອງເຟືອງ ແລະ ເມືອງໝື່ນ ແຂວງວຽງຈັນ ເຊິ່ງເປັນກິດຈະກໍາທຳອິດໃນບຸນກຸດຈີນ ແລະ ຖືເປັນການຕ້ອນຮັບປີໃໝ່ຈີນດ້ວຍວິທີພິເສດ.
ຜູ້ອຳນວຍການໂຮງຮຽນປະຖົມຂອງເມືອງໝື່ນ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງສະພາການຄ້າແຂວງສານຊີປະຈຳ ສປປ ລາວ ແລະ ອວຍພອນໃຫ້ມິດຕະພາບ ລາວ-ຈີນຈົ່ງໝັ້ນຄົງຂະໜົງແກ່ນ.